ຫວຽດນາມ ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາເຂົ້າຮ່ວມບັນດາການເຄື່ອນໄຫວ ຮັກສາສັນຕິພາບຂອງ ສປຊ ຢ່າງຕັ້ງໜ້າ

(VOVWORLD) -ປີ 2020, ຫວຽດນາມ ຈະອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈໍາການຂອງ ສະພາຄວາມໝັ້ນຄົງ ສປຊ. 

ວັນທີ 29 ມີນາ, ທີ່ສໍານັກງານ ສະຫະປະຊາຊາດ ຢູ່ນະຄອນ ນິວຢອກ ປະເທດ ອາເມລິກາ, ມີຜູ້ແທນກວ່າ 500 ທ່ານ ທີ່ມາຈາກກວ່າ 150 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຮັກສາສັນຕິພາບຂອງ ສປຊ. ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ ໄດ້ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມເຂົ້າຮ່ວມກອງປະຊຸມ.

ຫວຽດນາມ ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາເຂົ້າຮ່ວມບັນດາການເຄື່ອນໄຫວ ຮັກສາສັນຕິພາບຂອງ ສປຊ	ຢ່າງຕັ້ງໜ້າ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມເຂົ້າຮ່ວມກອງປະຊຸມ (ພາບ:qdnd.vn)

        ກ່າວຄໍາເຫັນທີ່ກອງປະຊຸມ ດ້ວຍຫົວຂໍ້ວ່າ “ຕີລາຄາການປະຕິບັດໜ້າທີ່ຮັກສາສັນຕິພາບ”, ທ່ານພົນໂທ ຫງວຽນຈີ໊ວິ້ງ ຢ້ັງຢືນວ່າ ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຢ່າງແຮງວ່າ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ທ່ານເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຢ່າງແຮງບັນດາຂໍ້ລິເລີ່ມຂອງ ສປຊ ກ່ຽວກັບການເພີ່ມທະວີບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. ຫວຽດນາມ ຈະສືບຕໍ່ສົ່ງບັນດາທະຫານເພດຍິງເຂົ້າຮ່ວມການເຄື່ອນໄຫວວຽກງານດັ່ງກ່າວຢູ່ພາກພື້ນອາຟິຼກາ. ໄປຄຽງຄູ່່ກັນນັ້ນ, ເມື່່ອກອງຮ້ອຍຊ່າງແສງ ໄດ້ຮັບການຕົກລົງເອົາຈາກ ສປຊ ໃຫ້ໄປເຄື່ອນໄຫວ ຢູ່ ຊູດັງໃຕ້ນັ້ນ, ຫວຽດນາມ ກໍຈະປະກອບທະຫານເພດຍິງເຂົ້າຮ່ວມກວ່າ 10% ຂອງຈໍານວນພົນທັງໝົດ ແລະ ທ້າຍປີ 2019, ຄາດວ່າ ຫວຽດນາມຈະສົມທົບກັບອົງການ ສປຊ UNDP ຈັດຕັ້ງກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ “ແມ່ຍິງກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ”.

        ເມື່ອສິ້ນສຸດບົດກ່າວປາໄສຂອງຕົນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: ປີ 2020, ຫວຽດນາມ ຈະອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈໍາການຂອງ ສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ປາດຖະໜາວ່າ ຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດ, ເພື່ອສາມາດປະກອບສ່ວນ ເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກໄດ້ຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ