ຫວຽດນາມ ຢັ້ງຢືນບົດບາດຂອງສະພາແຫ່ງຊາດ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ  ຫງວຽນຄັກດິ້ງ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມ IPU 147 ນັ້ນແມ່ນ “ການກະທຳລັດຖະສະພາ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ບັນດາລະບອບລະບຽບການທີ່ໝັ້ນຄົງເຂັ້ມແຂງ” ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs).
ຫວຽດນາມ ຢັ້ງຢືນບົດບາດຂອງສະພາແຫ່ງຊາດ ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ  ຫງວຽນຄັກດິ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ:TTXVN )

ໃນຂອບເຂດລາຍການຂອງສະມັດຊາໃຫຍ່ ຄັ້ງທີ 147 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຂອງສະຫະພັນລັດຖະສະພາສາກົນ (IPU), ທີ່ຈັດຂຶ້ນໃນລະຫວ່າງວັນທີ 23 – 27 ຕຸລາ, ຢູ່ນະຄອນຫຼວງ Luanda ຂອງປະເທດ Angola, ວັນທີ 25 ຕຸລາ, ທ່ານ ຫງວຽນຄັກດິ້ງ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມວາລະປຶກສາຫາລືທີ່ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່.

        ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ  ຫງວຽນຄັກດິ້ງ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມ IPU 147 ນັ້ນແມ່ນ “ການກະທຳລັດຖະສະພາ ເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ບັນດາລະບອບລະບຽບການທີ່ໝັ້ນຄົງເຂັ້ມແຂງ” ຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງ 37 ປີໄດ້ດຳເນີນພາລະກິດແຫ່ງການປ່ຽນແປງໃໝ່ (1986), ຫວຽດນາມ ບັນລຸໄດ້ຫຼາຍຜົນງານສຳຄັນໃນການພັດທະນາ ແລະ ການຫລຸດຜ່ອນຄວາມທຸກຍາກ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ແບ່ງປັນເປົ້າໝາຍພັດທະນາແບບຍືນຍົງຮອດປີ 2030 ຂອງ ຫວຽດນາມ, ຢັ້ງຢືນວ່າສະພາແຫ່ງຊາດ ຫວຽດນາມ, ດ້ວຍທີ່ຕັ້ງບົດບາດເປັນອົງການນິຕິບັນຍັດແຫ່ງລັດສູງສຸດ, ມີບົດບາດສຳຄັນພິເສດໃນການປະຕິຮູບລະບອບລະບຽບການຂອງປະເທດຊາດ ແລະ ຕິດຕາມກວດກາສູງສຸດ, ຈາກນັ້ນ, ກໍ່ຮັບປະກັນການປະຕິບັດບັນດາຍຸດທະສາດພັດທະນາແບບຍືນຍົງ.

        ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໄດ້ຍົກອອກບາງຂໍ້ສະເໜີແນະ ສຳລັບລັດຖະສະພາບັນດາປະເທດ ແລະ IPU ພ້ອມກັນຮ່ວມມືເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະທາງທີ່ຍັງເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ