ຫວຽດນາມ ຢືນອັບດັບທີ 20 ທົ່ວໂລກກ່ຽວກັບລະດັບເປີດດ້ານເສດຖະກິດ

(VOVWORLD) -ໃນທົ່ວໂລກ, ຫວຽດນາມ ຢືນອັນດັບທີ 20 ໃນຈຳນວນ 201 ຕະຫຼາດເຊິ່ງອົງການນີ້ຕີລາຄາ.
ຫວຽດນາມ ຢືນອັບດັບທີ 20 ທົ່ວໂລກກ່ຽວກັບລະດັບເປີດດ້ານເສດຖະກິດ - ảnh 1(ພາບປະກອບ: TTXVN)

ໃນບົດລາຍງານ “ຄວາມສ່ຽງດ້ານການຄ້າ ແລະ ການລົງທຶນ ຫວຽດນາມ” ຂອງ Fitch Solutions ໃຫ້ແກ່ໄຕມາດທີ 3 ປີ 2022, ຫວຽດນາມ ບັນລຸ 74,6/100 ຄະແນນກ່ຽວກັບລະດັບເປີດດ້ານເສດຖະກິດ, ສູງກວ່າລະດັບສະເລ່ຍຂອງ ອາຊີ ແມ່ນ 46 ຄະແນນ ແລະ ລະດັບສະເລ່ຍຂອງທົ່ວໂລກແມ່ນ 49,5 ຄະແນນ. ໃນທົ່ວໂລກ, ຫວຽດນາມ ຢືນອັນດັບທີ 20 ໃນຈຳນວນ 201 ຕະຫຼາດເຊິ່ງອົງການນີ້ຕີລາຄາ. ເສດຖະກິດເປີດຂອງ Fitch Solutions ແມ່ນເຄື່ອງວັດແທກລະດັບເປີດດ້ານເສດຖະກິດ ແລະ ການລົງທຶນ, ອີງໃສ່ມູນຄ່າການນຳເຂົ້າ - ສົ່ງອອກ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ.

        Fitch Solutions ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງສູນຜະລິດສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໄດ້ຮັບການໜູນຊ່ວຍຈາກລັດຖະບານກ່ຽວກັບເລື່ອງຫັນເສດຖະກິດເປັນເສລີ ແລະ ວິວັດການເຊື່ອມໂຍງເຂົ້າໃນລະບົບສະໜອງທົ່ວໂລກ, ຜ່ານບັນດາສັນຍາການຄ້າ.

        ກໍ່ກ່ຽວຂ້ອງເຖິງບັນດາສັນຍານປະເອີບໃຈຂອງເສດຖະກິດ ຫວຽດນາມ, ຕາມຕົວເລກຈາກກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລ້ວ, ໃນໄລຍະ 7 ເດືອນຂອງປີ 2022, ການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາຕະຫຼາດມີສັນຍາການຄ້າເສລີ FTA ລ້ວນແຕ່ຢູ່ໃນລະດັບເຕີບໂຕສູງ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ເມື່ອຕີລາຄາລວມກ່ຽວກັບໝາກຜົນການສົ່ງອອກ, ຕາມຕົວເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີ ຫວຽດນາມ, ໄລ່ລວມນັບແຕ່ຕົ້ນປີຮອດວັນທີ 15 ສິງຫາ, ການສົ່ງອອກບັນລຸ 232,76 ຕື້ USD, ເພີ່ມຂຶ້ນ 17,67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຖ້າຫາກຮັກສາໄດ້ລະດັບເຕີບໂຕດັ່ງກ່າວໃນທັງປີ 2022, ຍອດວົງເງິນການຄ້າທັງປີອາດຈະບັນລຸ 395 ຕື້ USD. ໃນຂະນະນັ້ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດປະຕິບັດຢູ່ ຫວຽດນາມ ໃນໄລຍະ 7 ເດືອນຂອງປີ 2022 ຄາດວ່າບັນລຸ 11,57 ຕື້ USD. ນີ້ແມ່ນຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ປະຕິບັດໄດ້ຫຼາຍກວ່າໝູ່ຂອງ 7 ເດືອນໃນໄລຍະ 5 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ