(vovworld) - ໃນລະຫວ່າງວັນທີ 16 – 17/1 ຢູ່ແຂວງ ປາກເຊ - ຈຳປາສັກ, ໄດ້ດຳເນີນກອງປະຊຸມຂອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ 3 ປະເທດ: ຫວຽດນາມ, ລາວ ແລະ ກຳປູເຈຍ ກ່ຽວກັບການຮ່ວມມືຂົນສົ່ງທາງບົກ. 3 ຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳຂົນສົ່ງທາງບົກ, ຕາມນັ້ນແລ້ວ, ຈະອະນຸຍາດໃຫ້ພາຫະນະຂົນສົ່ງຂອງບັນດາປະເທດ ໄດ້ໄປ - ມາຜ່ານຊາຍແດນຂອງຝ່າຍຕ່າງໆ, ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງຄົນ ແລະ ສິນຄ້າ, ຂຸດຄົ້ນທ່າກຳ່ປັ່ນຢູ່ແຕ່ລະປະເທດ, ສ້າງເງື່ອນໄຂສະດວກຊຸກຍູ້ການຮ່ວມມືພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ ແລະ ພາກພື້ນ, ພິເສດແມ່ນເຂດ 3 ລ່ຽມພັດທະນາລະຫວ່າງ 3 ປະເທດ, ຊຸກຍູ້ພາລະກິດລົບລ້າງຄວາມອຶດຫິດຫຼຸດຜ່ອນຄວາມທຸກຍາກຢູ່ເຂດທີ່ຍັງມີຄວາມຫຍຸ້ງຍາກຫຼາຍນີ້ໂດຍໄວ. ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງຂອງກະຊວງຄົມມະນາຄົມ ຂົນສົ່ງ 3 ປະເທດພາຍຫຼັງຄົ້ນຄ້ວາ, ສຳຫຼວດເສັ້ນທາງຕ່າງໆມາເປັນເວລາຫຼາຍປີ, ສ້າງເງື່ອນໄຂສະດວກກ່ຽວກັບຄົມມະນາຄົມທາງບົກ, ປະກອບສ່ວນເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບ ແລະ ບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມລະຫວ່າງ 3 ປະເທດ, ຊຸກຍູ້ການຮ່ວມມືພັດທະນາເສດຖະກິດ ແລະ ເຊື່ອມໂຍງ ນັບມື້ນັບມີປະສິດທິຜົນ.