ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

(VOVWORLD) - ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
ຫວຽດ​ນາມ - ລາວ ເຫັນ​ດີ​ເປັນ​ເອ​ກະ​ພາບ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ (ພາບ: VOV)

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 56 (AMM – 56). ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສົມທົບກັນຢ່າງແໜ້ນແຟ້ນ, ກະກຽມບັນດາການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງ ໃນຊ່ອງທາງພັກ, ລັດຖະບານ ກໍຄື ບັນດາກົນໄກຮ່ວມມືອື່ນໃຫ້ເປັນຢ່າງດີ; ສົມທົບກັນຊຸກຍູ້ ແລະ ຜັນຂະຫຍາຍບັນດາຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນການທູດເສດຖະກິດໃນສະພາບການເສດຖະກິດພາກພື້ນ ແລະ ໂລກ ພວມມີການຜັນປ່ຽນຫຼາຍຢ່າງ. ສອງຝ່າຍເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ແລກປ່ຽນ, ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເປັນປະຈຳ. ຕີລາຄາສູງການກະກຽມຢ່າງເປັນເຈົ້າການຂອງລາວ ໃຫ້ແກ່ປີ ປະທານ ອາຊຽນ 2024, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ລາວ ໃນວຽກງານກະກຽມ ແລະ ປະຕິບັດໜ້າທີ່ສຳຄັນນີ້ຢ່າງສຳເລັດຜົນ.

       ຟ້າມຮ່າ - ຫວໍຢາງ ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ