ຫວຽດນາມ - ລາວ ແລກປ່ຽນບົດຮຽນໃນວຽກງານຂອງສະພາແຫ່ງຊາດ

ຫວຽດນາມ - ລາວ ແລກປ່ຽນບົດຮຽນໃນວຽກງານຂອງສະພາແຫ່ງຊາດ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ກ່າວ​ຄຳ​ເຫັນ​ທີ່​ວະລະ​ໄຂ
(ພາບ: nhandan.com.vn)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ບົດຮຽນ​ການປະຕິບັດ​ງານ​ລະ​ຫວ່າງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ຄັ້ງ​ທີ 7​ ​ໄດ້​ຖືກຈັດ​ຕັ້ງ​ໃນ​ວັນ​ທີ 5/8 ຢູ່​ນະຄອນ ດ່າ​ໜັງ. ກ່າວ​ຄຳ​ເຫັນ​ທີ່​ວະລະ​ໄຂ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ຢືນຢັນ​ວ່າ: ​ໃນ​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ລາວ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. 2 ຝ່າຍ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ​ແນ​ໃສ່​ຖອດຖອນ​​ບົດຮຽນທີ່ດີ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ຈັດ​ຕັ້ງ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ຕ່າງໆ.​​..​ ​ໃນ​ບັນດາ​ຂົງ​ເຂດ​ວຽກ​ງານ, ຜັນ​ຂະ​ຫຍາ​ຍການ​ຮ່ວມ​ມື​ລະອຽດ​ຫຼາຍ​ຢ່າງ​ລະຫວ່າງ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ.

    ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ແລ​ກປ່ຽນ​ບົດຮຽນ ກ່ຽວ​ກັບ​ເລື່ອງ​ເປັນ​ເສ​ນາ​ທິການ ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ, ບົດຮຽນ​ປ່ຽນ​ໃໝ່ວຽກ​ງານ​ຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ວຽກ​ງານ​ເສນາ​ທິການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ, ບົດຮຽນ​ຮັບ​ໃຊ້​ສະມາຊິກ​ສະພາ​ແຫ່ງ​ຊາດ ພົບປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ.​​.​. ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 6/8.

 

ຂ່າວ/ບົດ​ອື່ນ