ຫວຽດນາມ - ລາວຮ່ວມມື ພັດທະນາກະສີກຳ

ຫວຽດນາມ - ລາວຮ່ວມມື ພັດທະນາກະສີກຳ - ảnh 1
ທ່ານ ລັດຖະມົນຕີ Bui Ba Bong ແລະ ທ່ານ​ລັດຖະມົນຕີ ວິ​ໄລ​ວັນ​ພົມ​ເຂ
(ພາບ: vietnamplus.vn)

(vovworld) - ​ໃນ​ຂອບ​ເຂດ​ແຫ່ງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຕອນ​ບ່າຍ​ວັນ​ທີ 28/9 ຢູ່​ວຽງ​ຈັນ, ຄະນະ​ຜູ້​ແທນ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໂດຍ​ທ່ານ ລັດຖະມົນຕີ Bui Ba Bong ນຳ​ໜ້າ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ກະ​ສີ​ກຳ​ປ່າ​ໄມ້​ລາວ ​ໂດຍ​ທ່ານ​ລັດຖະມົນຕີ ວິ​ໄລ​ວັນ​ພົມ​ເຂ ນຳ​ໜ້າ. ສອງ​ຝ່າຍ​ໄດ້​ຢືນຢັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂັ້ນ​ກະຊວງ ​ແລະ ອົງການ​ວິຊາ​ການ​ຂອງ​ສອງ​ປະ​ເທດ ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຈັດ​ຕັ້ງ​ປະຕິບັດບັນດາ​ລາຍການ, ​ໂຄງການ​ທີ່​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ລະຫວ່າງ​ສອງ​ກະຊວງ, ນັບ​ທັງ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖີ່​ນ​ເປັນ​ປະຈຳ. ຝ່າຍ​ຫວຽດນາມ​ຈະ​ໜູນ​ຊ່ວຍ​ລາວ​ຍົກ​ສູງ​ຄວາ​ມສາມາດ​​ໃນ​ການສຳ​ຫຼວດ, ຕິດຕາມ​ກວດກາ ​ແລະ ບົ່ງມະຕິ​ບັນດາ​ພະຍາດ​ອັນຕະລາຍ.

ຂ່າວ/ບົດ​ອື່ນ