ຫວຽດນາມ ວິຕົກກັງວົນຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງບັນດາລູກສອນໄຟນຳວິຖີ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ
(vovworld) – ໃນຖະແຫຼງການສະບັບໜຶ່ງທີ່ຍົກອອກເມື່ອວັນທີ 10/03, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ສປປ.ເກົາຫຼີ ດຳເນີນການຍິງທົດລອງບັນດາລູກສອນໄຟນຳວິຖີເມື່ອວັນທີ 06/03/2017 ຜ່ານມາ. ລະເມີດບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນທຸກຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ປະຕິບັດການສ້າງແຫຼມເກົາຫຼີປອດນິວເຄຼຍ. ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດ. ຫວຽດນາມ ສະເໜີບັນດາປະເທດມີການກະທຳທີ່ມີລັກສະນະສ້າງສັນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ປ້ອງກັນຄວາມສະຫງົບປອດໄພ ແລະ ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ, ເດັດດ່ຽວເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.