ຫວຽດນາມ ສົ່ງອອກເກີນດຸນ 6,33 ຕື້ໂດລາສະຫະລັດ

(VOVWORLD) - ຕາມສະຖິຕິເບື້ອງຕົ້ນຂອງກົມໃຫຍ່ພາສີ, ຍອດມູນຄ່າການສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ໃນເຄິ່ງທຳອິດ ຂອງເດືອນຕຸລາ ບັນລຸໄດ້ກວ່າ 20 ຕື້ໂດລາສະຫະລັດ ຫຼຸດລົງ 2% ເມື່ອທຽບໃສ່ກັບ ເຄິ່ງຫຼັງຂອງ ເດືອນ ກັນຍາ. 
ຫວຽດນາມ ສົ່ງອອກເກີນດຸນ 6,33 ຕື້ໂດລາສະຫະລັດ - ảnh 1 (ພາບປະກອບ)

ນັບແຕ່ຕົ້ນປີຮອດວັນທີ 15 ຕຸລາ, ຍອດມູນຄ່າການສົ່ງອອກ, ນຳເຂົ້າສິນຄ້າຂອງທົ່ວປະເທດ ບັນລຸກ່ວາ 370 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017. ດ້ວຍໝາກຜົນນີ້, ດຸນການຄ້າ ສິນຄ້າຂອງ ຫວຽດນາມ ໃນເຄິ່ງທຳອິດ ຂອງເດືອນຕຸລາ ມີລະດັບເກີນດຸນ 39 ລ້ານ ໂດລາສະຫະລັດ, ນຳດຸນການຄ້າ ສິນຄ້າ ຫວຽດນາມ ນັບແຕ່ຕົ້ນປີຮອດວັນທີ 15 ຕຸລາ, ສືບຕໍ່ເກີນດຸນ ດ້ວຍລະດັບ 6,33 ຕື້ໂດລາສະຫະລັດ.

ໄລ່ແຕ່ຕົ້ນປີຮອດວັນທີ 15 ຕຸລາ, ຍອດມູນຄ່າສົ່ງອອກຂອງທົ່ວປະເທດ ບັນລຸປະມານ 190 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017. ຍອດມູນຄ່ານຳເຂົ້າສິນຄ້າບັນລຸກ່ວາ 183 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ