ຫວຽດນາມ ສົ່ງອອກເຂົ້າສານກວ່າ 7 ລ້ານໂຕນນັບແຕ່ຕົ້ນປີ 2023, ມູນຄ່າບັນລຸເກືອບ 4 ຕື້ USD

(VOVWORLD) -
ຫວຽດນາມ ສົ່ງອອກເຂົ້າສານກວ່າ 7 ລ້ານໂຕນນັບແຕ່ຕົ້ນປີ 2023, ມູນຄ່າບັນລຸເກືອບ 4 ຕື້ USD - ảnh 1(ທີ່ກອງປະຊຸມສຳມະນາ)

        ທີ່ກອງປະຊຸມສຳມະນາປະຈຳປີ “ມາດຕະການຍົກສູງປະສິດທິຜົນລະບົບມູນຄ່າເຂົ້າສານ ຫວຽດນາມ”, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 03 ພະຈິກ, ຢູ່ນະຄອນ ເກິນເທີ, ສະຫະສະມາຄົມສະບຽງອາຫານ ຫວຽດນາມ (VFA) ໄດ້ຄັດສະເໜີຕົວເລກຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ໂດຍໃຫ້ຮູ້ວ່າ, ໃນໄລຍະ 10 ເດືອນຂອງປີ 2023, ຫວຽດນາມ ສົ່ງອອກເຂົ້າສານປະມານ 7,1 ລ້ານໂຕນ, ມູນຄ່າບັນລຸເກືອບ 4 ຕື້ USD.

        ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ການສົ່ງອອກເຂົ້າສານໃນໄລຍະ 10 ເດືອນຂອງປີ 2023 ກ່ຽວກັບດ້ານປະລິມານໄດ້ເພີ່ມຂຶ້ນ 17% ແລະ ມູນຄ່າເພີ່ມຂຶ້ນ 35%. ນອກນັ້ນ, ຕາມ VFA ແລ້ວ, ໄລ່ຮອດວັນທີ 01 ພະຈິກ, ເຂົ້າສານຂອງ ຫວຽດນາມ ພວມມີລາຄາສູງສຸດເມື່ອທຽບກັບກຸ່ມປະເທດສົ່ງອອກເຂົ້າສານໃຫຍ່ທີ່ສຸດໃນໂລກ. ລະອຽດແມ່ນ, ເຂົ້າຫັກ 5% ຂອງ ຫວຽດນາມ ມີລາຄາ 653 USD/ໂຕນ, ໄທ ມີລາຄາ 560 USD/ໂຕນ ແລະ ປາກິດສະຖານ ມີລາຄາ 563 USD/ໂຕນ.

        ເຖິງວ່າການສົ່ງອອກເຂົ້າສານຂອງ ຫວຽດນາມ ນັບແຕ່ຕົ້ນປີມາຮອດປະຈຸບັນມີຄວາມປະເອີບໃຈກໍ່ຕາມ, ແຕ່ VFA ໃຫ້ຂໍ້ສັງເກດວ່າ ຕະຫຼາດເຂົ້າສານໃນໄລຍະຈະມາເຖິງຍັງມີການຜັນແປສັບສົນ, ຍາດທີ່ຈະຄາດຄະເນໄດ້. ສະນັ້ນ, ນັກຊ່ຽວຊານໄຈ້ແຍກຕະຫຼາດຫຼາຍທ່ານຖືວ່າ ບັນດາວິສາຫະກິດຂອງ ຫວຽດນາມ ຕ້ອງຍົກສູງເຕັກໂນໂລຊີໃນການປຸງແຕ່ງເຂົ້າສານ, ຫຼຸດຜ່ອນລາຍຈ່າຍການຜະລິດ, ຜ່ານນັ້ນ ຈຶ່ງສາມາດຍົກສູງກຳລັງແກ່ງແຍ້ງ ແລະ ບັນລຸເປົ້າໝາຍສົ່ງອອກເຂົ້າສານ 8 ລ້ານໂຕນໃນປີ 2023 ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ