ຫວຽດນາມ ສືບຕໍ່ກາຍເປັນຈຸດພົ້ນເດັ່ນໃນການເຕີບໂຕເສດຖະກິດຢູ່ພາກພື້ນແລະໃນໂລກ

(VOVWORLD) -ຫວຽດນາມ ບັນລຸຜົນສຳເລັດໃນ ຖານະຕຳແໜ່ງຄວບຄູ່, ທັງແມ່ນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ
ຫວຽດນາມ ສືບຕໍ່ກາຍເປັນຈຸດພົ້ນເດັ່ນໃນການເຕີບໂຕເສດຖະກິດຢູ່ພາກພື້ນແລະໃນໂລກ - ảnh 1(ພາບປະກອບ: AF)

ວັນທີ 15 ມັງກອນ, ຢູ່ເຮືອນຮັບແຂກຂອງລັດຖະບານ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ ໄດ້ມີການພົບປະປະຈຳປີກັບສື່ມວນຊົນ,  ຜູ້ຕາງໜ້າບັນດາອົງການຕາງໜ້າຕ່າງປະເທດປະຈຳຫວຽດນາມ,  ເນື່ອງໃນໂອກາດບຸນປີໃໝ່ 2021.

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນກວ໊ກຢຸງ ໄດ້ທົບທວນຄືນບັນດາຜົນງານທາງດ້ານການເມືອງ, ເສດຖະກິດ, ສັງຄົມສຳຄັນຂອງຫວຽດນາມ ໃນປີ 2020. ກ່ຽວກັບການພົວພັນຕ່າງປະເທດ, ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ບັນລຸຜົນສຳເລັດໃນ ຖານະຕຳແໜ່ງຄວບຄູ່, ທັງແມ່ນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ; ການທູດ 2 ຝ່າຍ ແລະ ຫຼາຍຝ່າຍສືບຕໍ່ໄດ້ຮັບການເພີ່ມທະວີ ແບບໂດຍກົງ ແລະ ຜ່ານທາງອອນລາຍ; ຍູ້ແຮງການຮ່ວມສຳພັນເສດຖະກິດສາກົນຜ່ານການສ້າງສຳເລັດ ແລະ ປະຕິບັດບັນດາສັນຍາ FTA ສອງຝ່າຍ ແລະ ຫຼາຍຝ່າຍສຳຄັນຄື: EVFTA, FTA ຫວຽດນາມ - ອັງກິດ ແລະ RCEP…

ຕອບກັບ

ຂ່າວ/ບົດ​ອື່ນ