ຫວຽດນາມ ສືບຕໍ່ພົ້ນເດັ່ນຂຶ້ນໃນທ່າມກາງສິ່ງທ້າທາຍຫຼາຍຢ່າງ
ນັກຂ່າວ Veeramalla Anjaiah : “ ດວງດາວ ຫວຽດນາມ
ສືບຕໍ່ພົ້ນເດັ່ນຂຶ້ນໃນທ່າມກາງສິ່ງທ້າທາຍຫຼາຍຢ່າງ ”
(ພາບ: Internet)
|
Vovworld- ເນື່ອງໃນໂອກາດວັນມະຫາໄຊຂອງຫວຽດນາມ 30/4, ໜັງສືພິມ ໄປສະນີຈາກາກຕາ ຂອງອີນໂດເນເຊຍ ສະບັບອອກວັນທີ 30/4 ໄດ້ລົງພິມບົດຂຽນຂອງນັກຂ່າວ Veeramalla Anjaiah ດ້ວຍຫົວຂໍ້ວ່າ “ ດວງດາວ ຫວຽດນາມ ສືບຕໍ່ພົ້ນເດັ່ນຂຶ້ນໃນທ່າມກາງສິ່ງທ້າທາຍຫຼາຍຢ່າງ ” ໃນນັ້ນໃຫ້ຂໍ້ສັງເກດວ່າ ຫວຽດນາມອາດຈະບໍ່ແມ່ນເສືອໂຕໜຶ່ງ, ແຕ່ແນ່ນອນວ່າແມ່ນ “ ດວງດາວ ຫວຽດນາມ ຫາກໍພົ້ນເດັ່ນຂຶ້ນຢູ່ ອາຊີ ” ດ້ວຍລະດັບການເຕີບໂຕສະເລຍກ່ວາ 7%/ປີໃນທົດສະວັດທຳອິດຂອງສະຕະວັດທີ່ 21 ເຖິງແມ່ນວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ນັກຂ່າວ Veeramalla Anjaiah ເນັ້ນໜັກວ່າ ນັບທັງຢູ່ຈຸດຍອດສູງຂອງວິກິດການເງິນທົ່ວໂລກປະຈຸບັນ, GDP ຂອງຫວຽດນາມຍັງຄົງສາມາດບັນລຸລະດັບເຕີບໂຕ 6,8% ໃນປີ 2010 ແລະ 5,89% ໃນປີ 2011. ນັກຂ່າວ Veeramalla Anjaiah ຍັງຕີລາຄາສູງນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມແມ່ນ “ ເປັນເພື່ອນກັບທຸກໆປະເທດໃນໂລກ ” ແລະ ຊີ້ແຈ້ງວ່າ ກິດຈະການປ່ຽນແປງໃໝ່ຂອງຫວຽດນາມໂດຍເລີາມແຕ່ ປີ 1986 ໄດ້ຫັນພື້ນຖານເສດຖະກິດຈາກລວມສູນອາດຍາສິດເກື້ອກູນໄປສູ່ກຳນົດທິດການຕະຫຼາດສັງຄົມນິຍົມ, ອັນໄດ້ເປີດປະຕູໃຫ້ແກ່ບັນດານັກລົງທຶນຕ່າງປະເທດດ້ວຍຂໍ້ກຳນົດຖືກໂຍະຍານ ແລະ ບຸລິມາສິດ. ດັ່ງນັ້ນ ສະເພາະປີ 2011 ຫວຽດນາມດຶງດູດເງິນລົງທຶນຂອງຕ່າງປະເທດ FDI ໄດ້ 11,6 ຕື້ USD .