ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບັນດາຈຸດໝາຍສະຫັດສະຫວັດ

(vovworld) -  ໝາກຜົນ​ຂອງ​ການ​ທາ​ບທາມ​ຄຳ​ເຫັນ​ຄັ້ງ​ຕ່າງໆ ກັບ​ບັນດາ​ພົນລະ​ເມືອງ ຫວຽດນາມ ກ່ຽວ​ກັບ​ອະນາຄົດ​ຊື່​ງ​ເຂົາ​ເຈົ້າ​ປາດ​ຖະຫນາ ​ໂດຍ ສປຊ ຫນູນ​ຊ່ວຍ ​ຊື່ງຖືກນຳ​ມາ​​ສະ​ເຫ​ນີ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ທາ​ບທາມ​ຄຳ​ເຫັນ​ແຫ່ງ​ຊາດ​ກ່ຽວ​ກັບ​ໂຄງການ​ພັດທະນາ​ພາຍຫລັງ​ປີ 2015” ​ທີ່​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ.

ຫວຽດນາມ ສືບຕໍ່ມານະພະຍາຍາມປະຕິບັດບັນດາຈຸດໝາຍສະຫັດສະຫວັດ - ảnh 1
ທ່ານ​ນາງ Pratibha Mehta
ພາບ:internet

        ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໝາກຜົນ​ພາຍຫລັງ​ເກືອບ 3 ​ເດືອນ ທີ່​ບັນດາ​ອົງການ​ຂອງ ສປຊ ຢູ່ ຫວຽດນາມ ປະຕິບັດ​ບັນດາ​ການ​ທາ​ບທາມ​ຄຳ​ເຫັນ​ກັບ 8 ໝວດ​ເປົ້າ​ໝາຍ​ໃນ​ສັງຄົມ ​ແນໃສ່ປ​ະກອບ​ຄຳເຫັນໃຫ້​ສປຊ ຕົກລົງກ່ຽວ​ກັບ​ໂຄງການ​ພັດທະນາ​ຂອງ​ໂລກ​ພາຍຫລັງ​ປີ 2015. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Pratibha Mehta ຜູ້​ປະສານ​ງານ​ປະຈຳ ສປຊ ຢູ່ ຫວຽດນາມ ຊີ້​ແຈງ​ວ່າ: ຫວຽດນາມ ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ຫລາຍ​ຢ່າງ ພິ​ເສດ ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ການກະທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດນັບ​ມື້​ນັບ​ຈະ​ແຈ້ງ ​ແລະ ຮ້າຍ​ແຮງ. ທ່ານ​ນາງ Pratibha Mehta ​ໃຫ້​ຮູ້​ວ່າ:

        “​ໂຄງການ​ພັດທະນາ​ພາຍຫລັງ​ປີ 2015 ຕ້ອງ​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​​ໂລກ​ໃນປະຈຸ​ບັນ ​ແລະ ຄິດ​ໄລ່​ເຖິງ​ບັນຫາ​ທີ່​ບໍ່​ທັນ​ບັນລຸ​ໄດ້​ໃນ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ​ທີ່​ໄດ້​ຮັບ​ຮອງ​ເອົາ​ໃນ​ປີ 2000. ​ໂຄງການ​ພັດທະນາ​ໃຫມ່ ຕ້ອງ​ແກ້​ໄຂ​ບັນດາ​ຈຸດໝາຍ​ສັງຄົມ, ສິ່ງ​ແວດ​ລ້ອມ ​ແລະ ​ພື້ນຖານເສດຖະກິດຢ່າງ​ສັງ​ລວມ. ​ເຖິງ​ວ່າ ຫວຽດນາມ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວຫນ້າ​ໃນ​ການ​ປະຕິບັດ​ຈຸດໝາຍ​ພັດທະນາ​ສະຫັດ​ສະຫວັດ​ແລ້ວກໍ​ຕາມ ​ແຕ່ ຫວຽດນາມ ຄວນ​ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ບັນດາ​ຈຸດໝາຍ​ຢູ່​ແຕ່​ລະ​ບ້ານ, ​ແຂວງ, ນະຄອນ. ຫວຽດນາມ ຄວນ​ຍູ້​​ໄວ​ຄວາມ​ຄືບ​ຫນ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ທີ່​ບໍ່​ທັນ​ບັນລຸ​ໄດ້ ພ້ອມ​ທັງ​ໝູ​ນ​ໃຊ້​ບົດຮຽນ​ຂອງ​ຕົນ​ເພື່ອ​ຕັ້ງຫນ້າ​ປະກອບສ່ວນ​ໃຫ້​ແກ່​ກອງ​ປະຊຸມ​ສຳ​ມະ​ນາ​ທົ່ວ​ໂລກ ກ່ຽວ​ກັບ​ໂຄງການ​ພັດທະນາ​ພາຍຫລັງ​ປີ 2015.”

ຂ່າວ/ບົດ​ອື່ນ