ຫວຽດນາມ - ສະວິດ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ

ຫວຽດນາມ - ສະວິດ ເພີ່ມທະວີການຮ່ວມມື ໃນຫຼາຍຂົງເຂດ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
ເຮັດ​ວຽກກັບ​​ລັດຖະມົນ​ຕີ​ເສດຖະກິດສະ​ວິດ
( ພາບ: VGP )

(vovworld) -     ວັນ​ທີ 31/8, ​ໂດຍ​ສືບ​ຕໍ່​ການ​​ປະຕິບັດ​ງານຢູ່​ສະ​ວິດ ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ຢ້ຽມຢາມນະ​ຄອນ Basel ​​ແລະ ຢ້ຽມຢາມ​ບາງ​ຮາກ​ຖານ​ວິ​ສາ​ຫະກິດ​ຄື ບໍລິສັດການ​ຢາ Rocher, ບໍລິສັດ Novartis ​ແລະ ສະ​ຖາ​ບັນ​ເຂດ​ຮ້ອນ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 30/8, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກກັບ​ທ່ານ​ລັດຖະມົນ​ຕີ​ເສດຖະກິດສະ​ວິດ Johann Schineider Ammann ​ແລະ ທ່ານ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ ຜູ້​ຮັບຜິດ​ຊອບ​ຂົງ​ເຂດ​ສາທາລະນະ​ສຸກ, ສຶກສາ, ຄົ້ນຄວ້າ ​ແລະ ວັດທະນະທຳ Alain Berset, ຢູ່​ນະຄອນຫຼວງ Bern. ​ເນື້ອ​​ໃນ​ຕົ້ນ​ຕໍຂອງ​ການ​ເຮັດ​ວຽກ 2 ຄັ້ງ ​ເພື່ອ​ແນ​ໃສ່​ກວ​ດກາ​ບັນດາ​ສັນຍາ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​​ເຊິ່ງບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄດ້​ລົງ​ນາມ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ການ​ເຮັດ​ວຽກ​ກັບ​ທ່ານລັດຖະມົນ​ຕີ​ເສດຖະກິດສະ​ວິດ Johann Schineider Ammann, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ຢືນຢັນ​ວ່າ ສະ​ວິດ ​ແມ່ນ​ຄູ່​ຮ່ວມື​ເສດຖະກິດ​ສຳຄັນ​ຂອງ​ຫວຽດນາມ ຢູ່​ເອີ​ລົບ ​ແລະ ສະ​ເໜີ​ໃຫ້​ລັດຖະບານ​ສະ​ວິດ​ສົງ​ເສີມ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​ສະ​ວິດ ລົງທຶນ​ເຂົ້າ​ຫວຽດນາມ. ສ່ວນ​ທ່ານ​ລັດຖະມົນ​ຕີ​ເສດຖະກິດສະ​ວິດ Johann Schineider Ammann ​ກໍໃຫ້​ຮູ້​ວ່າ ປີ 2013 ທ່ານ​ຈະ​ນຳ​ໜ້າ​ຄະນະ​​ຜູ້ແທນ​ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນ​ຂອງ​ວະ​ວິດ ​ໃນບັນດາ​ຂົງ​ເຂດທະນາຄານ, ການ​ເງິນ ​ແລະ ທ່ອງ​ທ່ຽວ, ມາ​ຢ້ຽມຢາມ​ຫວຽດນາມ​.

ໃນ​ການ​ພົບ​ປະ​ກັບທ່ານ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ Alain Berset, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າ​ຍ​ໃນ​ບັນດາ​ຂົງ​ເຂດ​ຄື; ສາທາລະນະ​ສຸກ, ການ​ຢາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​, ປະກັນ​​ສັງຄົມ, ວຽກ​ເຮັດ​ງານ​ທຳ ​ແລະ ທ່ອງ​ທ່ຽວກວ່າ​ອີກ​.

ຂ່າວ/ບົດ​ອື່ນ