ຫວຽດນາມ ສະໜັບສະໜູນ ການເຈລະຈາຢູ່ສະພາ ສິດທິມະນຸດ ກ່ຽວຂ້ອງເຖິງມຽນມາ, ອີຣານ ແລະ ສປປ.ເກົາຫຼີ

ຫວຽດນາມ ສະໜັບສະໜູນ ການເຈລະຈາຢູ່ສະພາ ສິດທິມະນຸດ ກ່ຽວຂ້ອງເຖິງມຽນມາ, ອີຣານ ແລະ ສປປ.ເກົາຫຼີ - ảnh 1
(ພາບປະກອບ: AFP)

(vovworld) - ວັນ​ທີ 17/03, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ບັນດາວາລະ​ເຈລະຈາ​ກ່ຽວ​ກັບ​ສະພາບ​ການ​ຮັບປະກັນ ​ແລະ ຊຸກຍູ້​ສິດທິ​ມະນຸດ​ຢູ່​ມຽນມາ, ສປປ.​ເກົາຫຼີ ​ແລະ ອີຣານ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ກາ​ລື​ກ່ຽວ​ກັບ​ມຽນມາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະຜູ້​ຕາງໜ້າ​ຫວຽດນາມ ຄຽງຂ້າງ​ຫ້ອງວ່າການ​ສະຫະ​ປະຊາ​ຊາດ, ອົງການ​ການ​ຄ້າ​ສາກົນ ​ແລະ ບັນດາ​ອົງການ​ສາກົນ​ອື່ນ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ​ເນັ້ນ​ໜັກ​ວ່າ ປະຊາ​ຄົມສາກົນຄວນສືບ​ຕໍ່​ຮ່ວມ​ມື​ກັບ​ມຽນມາ ບົນ​ພື້ນຖານ​ເຄົາລົບ​ອະທິປະ​ໄຕ, ​ເອກະລາດ​ຂອງ​ມຽນມາ. ດຳ​ເນີນ​ການ​ເຈລະຈາ​ສ້າງສາ ​ແລະ ຮ່ວມ​ມື​ຢ່າງ​ຈິງ​ໃຈ ​ເພື່ອ​ແນ​ໃສ່​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ເຊິ່ງປະ​ເທດ​ນີ້​ບັນລຸ​ໄດ້​ໃນ​ວິວັດ​ການ​ຫັນ​ເປັນ​ປະຊາທິປະ​ໄຕ, ​ໄກ່​ເກ່ຍ​ປ່ອງ​ດອງ​ຊາດ, ພັ​ດທະນາ​ເສດຖະກິດ, ຮັບ​ປະກັນ​ສິດ​ຂອງ​ປະຊາຊົນ. ຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ມຽນມາ ພວມ​ມີ​ບັນດາ​ບາດກ້າວ​ເດີນ​ຢ່າ​ງຖືກ​ທິດມຸ່ງ​ໄປ​ເຖິງ​ສັນຕິພາບ, ຄວາມ​ປອດ​​ໄພ ​ແລະ ວັດທະນາ​ຖາວອນ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ມຽນມາ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່ ​ແລະ ຊຸກຍູ້​ການ​ປົກ​ປ້ອງ​ສິດ​ຂອງ​ປະ​ຊາ​ຊົນ ​ແລະ ພ້ອມ​ແລ້ວ​ທີ່ຈະ​ແບ່ງປັນ​ບົດຮຽນ​ຂອງ​ຕົນ​ກ່ຽວ​ກັບ​ການ​ກໍ່ສ້າງ​ປະ​ເທດ​ຄືນ​ໃໝ່, ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ.

        ​ແລະ​ກໍ່​ໃນ​ວັນ​ດຽວກັນ, ສະພາ​ສິດທິ​ມະນຸດ ກໍ່​ດຳ​ເນີນ​ບັນດາ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຂອງ​ອີນຣານ ​ແລະ ສປປ.​ເກົາຫຼີ.

ຂ່າວ/ບົດ​ອື່ນ