ຫວຽດນາມ ສະໜັບສະໜູນມາດຕະການດ້ານການເມືອງຢ່າງຮອບດ້ານໂດຍຊາວ ລີບີ ນຳພາ
(VOVWORLD) -ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຜັນຂະຫຍາຍບັນດາບາດກ້າວທີ່ຈຳເປັນ ເພື່ອຈັດຕັ້ງການເລືອກຕັ້ງໃຫ້ຖືກກັບເວລາທີ່ໄດ້ວາງອອກ, ໃນນັ້ນຮັບປະກັນການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ.
(ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ເຂົ້າຮ່ວມກອງປະຊຸມ) |
ວັນທີ 15 ກໍລະກົດ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດວາລະປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານການໜູນຊ່ວຍຂອງສະຫະປະຊາຊາດ ປະຈຳປະເທດນີ້ (UNSMIL). ວາລະປະຊຸມໂດຍທ່ານ Jean Yves Le Drian, ລັດຖະມົນຕີການຕ່າງປະເທດຝລັ່ງ, ເຊິ່ງແມ່ນປະເທດປະທານສະພາຄວາມໝັ້ນຄົງປະຈຳເດືອນ ກໍລະກົດ ເປັນປະທານຈັດຕັ້ງ.
ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາການຜັນແປຢ່າງຕັ້ງໜ້າດ້ານການເມືອງ, ຄວາມໝັ້ນຄົງຢູ່ ລີບີ ໃນໄລຍະຜ່ານມາ, ຢືນຢັນການສະໜັບສະໜູນຂອງຫວຽດນາມ ສຳລັບມາດຕະການແກ້ໄຂດ້ານການເມືອງຢ່າງຮອບດ້ານໂດຍຊາວ ລີບີ ນຳພາ ແລະ ເປັນເຈົ້າ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຜັນຂະຫຍາຍບັນດາບາດກ້າວທີ່ຈຳເປັນ ເພື່ອຈັດຕັ້ງການເລືອກຕັ້ງໃຫ້ຖືກກັບເວລາທີ່ໄດ້ວາງອອກ, ໃນນັ້ນຮັບປະກັນການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຊົມເຊີຍໝາກຜົນຂອງກອງປະຊຸມ Berlin ກ່ຽວກັບ ລີບີ ຄັ້ງທີ 2, ເນັ້ນໜັກເຖິງການສະໜັບສະໜູນຂອງຫວຽດນາມ ສຳລັບ UNSMIL ໃນການໜູນຊ່ວຍກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງ ແລະ ສະໜັບສະໜູນການມີໜ້າຂອງບັນດາກຳລັງຕ່າງປະເທດ ແລະ ທະຫານຮັບຈ້າງຢູ່ ລີບີ ໃຫ້ສອດຄ່ອງກັບຂໍ້ຕົກລົງຢຸດຍິງ ແລະ ບັນດາມະຕິ 2570 ຂອງສະພາຄວາມໝັ້ນຄົງ.