ຫວຽດນາມ ສະໜັບສະໜູນວິວັດທະນາການສັນຕິພາບ ໂດຍ ຊາວ ອາບການິດສະຖານ ນຳພາ ແລະ ເປັນເຈົ້າ
(VOVWORLD) -ວັນທີ 23 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານໜູນຊ່ວຍ ຂອງ ສປຊ ປະຈຳປະເທດນີ້ (UNAMA).
ກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ອາບການິດສະຖານ |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຄືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ວິວັດທະນາການສັນຕິພາບ ໂດຍຊາວ ອາບການິດສະຖານ ນຳພາ ແລະ ເປັນເຈົ້າ ແລະ ການເຂົ້າຮ່ວມຂອງແມ່ຍິງໃນວິວັດທະນາການສັນຕິພາບ ແລະ ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມວິຕັກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ນັບມື້ນັບເພີ່ມຂຶ້ນຢູ່ ອາບການິດສະຖານ ພ້ອມທັງສະແດງຄວາມປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງ ຈະບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວໂດຍໄວ ເພື່ອສ້າງສະພາບແວດລ້ອມສັນຕິພາບ ແລະ ມີຄວາມສະດວກຕໍ່ວິວັດການດຳເນີນການເຈລະຈາສັນຕິພາບ. ທ່ານກໍຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງເພີ່ມທະວີການໜູນຊ່ວຍ ອາບການິດສະຖານ ໃນຂະບວນກິດຈະການຟື້ນຟູ ແລະ ຮັບມືກັບສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ.
ນັກຂ່າວ VOV ປະຈຳ ອາເມລິກາ