ຫວຽດນາມ - ອີຕາລີ ແບ່ງປັນບົດຮຽນກ່ຽວກັບບັນຫາ ຄວາມສະເໝີພາບລະຫວ່າງຍິງ - ຊາຍ
(VOVWORLD) - ໃນລະຫວ່າງວັນທີ 21 -26 ມີນາ, ຄະນະຜູ້ແທນສະຫະພັນແມ່ຍິງ ຫວຽດນາມໂດຍ ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນນຳໜ້າຄະນະໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ
ທ່ານນາງ ຫງວຽນທິທູຮ່າ, ປະທານສະຫະພັນ ແມ່ຍິງ ຫວຽດນາມ ແລະ ທ່ານນາງ Marta Grande ປະທານກຳມາທິການການຕ່າງປະເທດສະພາຕ່ຳ (ພາບ: TTXVN) |
ຄະນະປະຕິບັດງານໄດ້ມີການເຮັດວຽກກັບທ່ານນາງ Elisabetta Belloni ເລຂາທິການໃຫຍ່ກະຊວງການຕ່າງປະເທດ ອີຕາລີ, ທ່ານນາງ Marta Grande ປະທານກຳມາທິການການຕ່າງປະເທດສະພາຕ່ຳ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີ, ຜູ້ຮັບຜິດຊອບກ່ຽວກັບສິດສະເໝີພາບ, ລົງຢ້ຽມຢາມ ແລະ ເຮັດວຽກຢູ່ບາງ ທ້ອງຖິ່ນຂອງປະເທດນີ້.
ຜ່ານບັນດາການເຮັດວຽກ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບບັນດາບັນຫາກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ - ຊາຍ, ແຫຼ່ງຊັບພະຍາກອນມະນຸດຍິງ, ການເຊື່ອມຕໍ່ ແລະ ສ້າງການພົວພັນຮ່ວມມືລະຫວ່າງສະຫະພັນແມ່ຍິງ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງ ອີຕາລີ.
ການນຳກະຊວງການຕ່າງປະເທດ ອີຕາລີ ກໍ່ໄດ້ແລກປ່ຽນກັບຄະນະກ່ຽວກັບການເຈລະຈາຂັ້ນສູງລະຫວ່າງ ອີຕາລີ ກັບອາຊຽນ, ໂດຍຄາດວ່າຈະໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນເດືອນມີຖຸນາ 2019 ແລະ ຫວັງວ່າການນຳສະຫະພັນແມ່ຍິງ ຫວຽດນາມ ຈະເຂົ້າຮ່ວມການເຈລະຈາດັ່ງກ່າວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຊອກຮູ້ຄວາມສາມາດໃນການຈັດຕັ້ງເຫດການຢູ່ນອກການເຈລະຈາສຳຄັນດັ່ງກ່າວ.