ຫວຽດ​ນາມ - ອາ​ເມ​ລິ​ກາ​ ລົງ​ນາມ ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ

(VOVWORLD) -ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ສິນໃນນ້ຳ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ) ແລະ ກົມປ້ອງກັນຄວບຄຸມຢາເສບຕິດ ແລະ ປະຕິບັດກົດໝາຍສາກົນ (ກະຊວງການຕ່າງປະເທດ ອາເມລິກາ) ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ.
ຫວຽດ​ນາມ - ອາ​ເມ​ລິ​ກາ​ ລົງ​ນາມ ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສິນ​ໃນ​ນ້ຳ - ảnh 1ພິທີ  ລົງນາມ ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີກຳລັງຄວາມສາມາດໃນການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ (ພາບ: BNEWS/TTXVN)

ບັນດາການເຄື່ອນໄຫວຮ່ວມມືຈະໄດ້ຜັນຂະຫຍາຍຕາມບົດບັນທຶກນີ້ລວມມີ: ການສ້າງ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມື/ໂຄງການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາອົງການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳຂອງຫວຽດນາມເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນການເຄື່ອນໄຫວຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ບັນດາອາດຊະຍາກຳທີ່ກ່ຽວຂ້ອງເຖິງອາຊີບຫາປາ, ການສະໜອງຂໍ້ມູນຂ່າວສານກ່ຽວກັບການບຳລຸງສ້າງ, ເຕັກນິກໃນການສືບສວນ ຫຼືການສຶກສາປະຕິບັດກົດໝາຍສາກົນໃຫ້ແກ່ບັນດາພະນັກງານປະຕິບັດກົດໝາຍ, ໜູນຊ່ວຍສ້າງບັນດາຮາກຖານບຳລຸງສ້າງ, ຝຶກອົບຮົບໂດຍສອງຝ່າຍຕົກລົງກັນ ແລະ ເຫັນດີເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ