ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020

(VOVWORLD) - ວັນທີ 26 ເມສາ, ໃນຂອບເຂດກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີສະຫະສະມາຄົມບັນດາສູນຮັກສາສັນຕິພາບ ອາຊີ - ປາຊີຟິກ (AAPTC) ຢູ່ ບາງກອກ, ປະເທດ ໄທ, ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານ AAPTC ປີ 2020 ຈາກ ໄທ.
ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020 - ảnh 1 ຫວຽດນາມ ຮັບຕຳແໜ່ງເປັນປະທານ AAPTC 2020 (ພາບ: TTXVN)

ກອງປະຊຸມສຳມະນາ ແລະ ກອງປະຊຸມປະຈຳປີ AAPTC ໄດ້ດຳເນີນໃນລະຫວ່າງວັນທີ 23 – 26 ເມສາ ຢູ່ ບາງກອກ ດ້ວຍຫົວຂໍ້ວ່າ “ຜ່ານຜ່າສິ່ງທ້າທາຍ: ການກະທຳ ແລະ ຄວາມມານະພະຍາຍາມຂອງ ອາຊີ - ປາຊີຟິກ ແນໃສ່ຍົກສູງປະສິດທິຜົນໃນການເຄື່ອນໄວຮັກສາສັນຕິພາບ” ຊຶ່ງມີການເຂົ້າຮ່ວມຂອງ 21 ຄະນະຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ. ເມື່ອກ່າວບົດປະກອບຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ທ່ານພົນຈັດຕະວາ ຮ່ວາງກິມຟຸງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ປະຕິບັດຕາມບັນດາມາດຕະຖານຂອງສະຫະປະຊາຊາດວາງອອກ ກ່ຽວກັບເລື່ອງຍົກສູງບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ