ຫວຽດນາມ ຮຽກຮ້ອງຊຸກຍູ້ວິວັດທະນາການຂ້າມຜ່ານຢູ່ ຊູດັງ

(VOVWORLD) -ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ ຊູດັງ ເພີ່ມທະວີການຮັບປະກັນໜ້າທີ່ແຖວໜ້າໃນການປົກປ້ອງສາມັນຊົນ ແລະ ແກ້ໄຂບັນດາບັນຫາການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມຢ່າງເຖິງກົກເຖິງປາຍ
ຫວຽດນາມ ຮຽກຮ້ອງຊຸກຍູ້ວິວັດທະນາການຂ້າມຜ່ານຢູ່ ຊູດັງ - ảnh 1(ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ)

ວັນທີ 14 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມກ່ຽວກັບການເຄື່ອນໄຫວຂອງຄະນະກຳມະການຂຶ້ນກັບສະພາຄວາມໝັ້ນຄົງກ່ຽວຂ້ອງເຖິງ ຊູດັງ (ຄະນະກຳມະການ 1591), ກ່ຽວກັບສະພາບການຢູ່ ຊູດັງ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານໜູນຊ່ວຍຂ້າມຜ່ານເປັນເອກະພາບຂອງສະຫະປະຊາຊາດຢູ່ປະເທດນີ້ (UNITAMS).

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮັບຮູ້ບັນດາບາດກ້າວພັດທະນາຢູ່ ຊູດັງ ໃນໄລຍະຜ່ານມາ ແລະ ຮຽກຮ້ອງລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ຊູດັງ ຊຸກຍູ້ວິວັດທະນາການຂ້າມຜ່ານໃຫ້ເໝາະສົມກັບຂໍ້ຕົກລົງສັນຕິພາບໃນວັນທີ 03 ຕຸລາ 2020, ໃນນັ້ນມີການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ໄວໜຸ່ມ. ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ ຊູດັງ ເພີ່ມທະວີການຮັບປະກັນໜ້າທີ່ແຖວໜ້າໃນການປົກປ້ອງສາມັນຊົນ ແລະ ແກ້ໄຂບັນດາບັນຫາການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມຢ່າງເຖິງກົກເຖິງປາຍ, ໃນນັ້ນມີການເພີ່ມທະວີການສົນທະນາ ແລະ ໄກເກ່ຍປອງດອງ. ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ໜູນຊ່ວຍມະນຸດສະທຳ ແລະ ສ້າງເງື່ອນໄຂໃຫ້ ຊູດັງ ສຳຜັດກັບບັນດາແຫຼ່ງການເງິນສາກົນກວ່າອີກ, ພ້ອມກັນນັ້ນຢືນຢັນຄືນໃໝ່ການສະໜັບສະໜູນສຳລັບບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ, UNITAMS, ບັນດາຄູ່ຮ່ວມມືຢູ່ພາກພື້ນ ແລະ ສາກົນໃນການໜູນຊ່ວຍວິວັດທະນາຂ້າມຜ່ານ ແລະ ການພັດທະນາຢູ່ ຊູດັງ.

ຕອບກັບ

ຂ່າວ/ບົດ​ອື່ນ