ຫວຽດນາມ ຮຽກຮ້ອງຊອກຫາມາດຕະການສັນຕິພາບໃຫ້ແກ່ການປະທະກັນ ອິດສະລາແອນ - ປາແລດສະຕິນ
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບ: vietnam+)
(vovworld) – “ສະພາບຂາດສະຖຽນລະພາບ” ພວມເຮັດໃຫ້ພາກພື້ນຕາເວັນອອກກາງຕົກເຂົ້າສູ່ສະພາບບໍ່ມີທາງອອກ, ນາບຂູ່ເຖິງສັນຕິພາບ ແລະ ຄວາມສະຫງົບປອດໄພສາກົນ; ການແບ່ງແຍກໃນພາກພື້ນໄດ້ເປີດປະຕູໃຫ້ແກ່ການແຊກແຊງຈາກພາຍນອກ, ກໍ່ຄວາມຂາດສະຖຽນລະພາບ ແລະ ການປະທະກັນ. ນັ້ນແມ່ນຄຳກ່າວເຕືອນຂອງທ່ານ Nickolay Mladenov ຜູ້ປະສານງານພິເສດຂອງສະຫະປະຊາຊາດກ່ຽວກັບວິວັດການສັນຕິພາບຢູ່ຕາເວັນອອກກາງ ທີ່ຍົກອອກມາຢູ່ວາລະປຶກສາຫາລືເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດດ້ວຍຫົວຂໍ້ວ່າ “ສະພາບຕາເວັນອອກກາງ, ໃນນັ້ນ ມີບັນຫາ ປາແລດສະຕິນ” ຖືກດຳເນີນ ໃນວັນທີ 20/04.
ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດເນັ້ນໜັກວ່າ ການໃຊ້ຄວາມຮຸນແຮງ, ການກໍ່ການຮ້າຍຫົວຮຸນແຮງ, ການປະທະກັນລະຫວ່າງ ອິດສະລາແອນ - ປາແລດສະຕິນ, ບັນດາການປະທະກັນຢູ່ ຊີຣີ, ເຢແມນ, ອີຣັກ ແລະ ຢູ່ແຫ່ງອື່ນໆອີກ ໄດ້ນາບຂູ່ຢ່າງຮ້າຍແຮງເຖິງສັນຕິພາບຄວາມສະຫງົບປອດໄພໃນພາກພື້ນ ແລະ ສາກົນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລດສະຕິນ ເພື່ອບັນດາສິດພື້ນຖານ, ພິເສດແມ່ນສິດຕັດສິນດ້ວຍຕົນເອງ ແລະ ສິດສ້າງຕັ້ງລັດເອກະລາດ. ທ່ານນາງເອກອັກຄະລັດຖະທູດກໍ່ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປຢູ່ ຊີຣີ ໃນໄລຍະມໍ່ໆມານີ້ ແລະ ຢືນຢັນວ່າ ຫວຽດນາມ ກ່າວປະນາມຢ່າງແຮງເລື່ອງນຳໃຊ້ອາວຸດເຄມີ ແລະ ຄັດຄ້ານບັນດາການກະທຳທີ່ຕ້ານຄືນສາມັນຊົນ.