ຫວຽດ​ນາມ ​ຮຽກ​ຮ້ອງ​ດຳ​ເນີນ​ການເຈ​ລະ​ຈາ ມຸ່ງ​ໄປ​ສູ່ມາດ​ຕະ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຢູ່ ມຽນ​ມາ

(VOVWORLD) -ວັນທີ 10 ມີນາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມ ແລະ ຮັບຮອງເອົາຖະແຫຼງການປະທານສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ມຽນມາ ຕາມຂໍ້ສະເໜີຂອງ ອັງກິດ.
ຫວຽດ​ນາມ ​ຮຽກ​ຮ້ອງ​ດຳ​ເນີນ​ການເຈ​ລະ​ຈາ ມຸ່ງ​ໄປ​ສູ່ມາດ​ຕະ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ເພື່ອ​ແກ້​ໄຂ​ສະ​ພາບ​ການ​ຢູ່ ມຽນ​ມາ - ảnh 1ພາບປະກອບ: The Guardian

ຕາມນັ້ນແລ້ວ, ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນແປຫວ່າງແລ້ວນີ້ ເມື່ອກອງທັບປະກາດສະພາບວະສຸກເສີນຢູ່ ມຽນມາ ໃນວັນທີ 1 ກຸມພາ, ກ່ຽວກັບການກັກຕົວ ບັນດາສະມາຊິກລັດຖະບານ ແລະ ຮຽກຮ້ອງໃຫ້ມີການປ່ອຍຕົວບັນດາສະມາຊິກດັ່ງກ່າວຢ່າງທັນທີ. ສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນຢ່າງແຮງກ່ຽວກັບ ບົດບາດ, ຄວາມມານະພະຍາຍາມຂອງ ອາຊຽນ, ເລື່ອງອາຊຽນພ້ອມແລ້ວທີ່ຈະໜູນຊ່ວຍ ມຽນມາ ແລະ ອອກຖະແຫຼງການປະທານ ອາຊຽນໃນວັນທີ 2 ມີນາ.

        ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງຕ້ອງຮັບປະກັນການໄດ້ສຳຜັດມະນຸດສະທຳຢ່າງປອດໄພ ແລະ ບໍ່ຖືກກີດຂວາງ ໃຫ້ແກ່ໝົດທຸກຄົນ, ພ້ອມທັງສະແດງຄວາມວິຕົກກັງວົນວ່າ ສະພາບການຈະເຮັດໃຫ້ບັນດາສິ່ງທ້າທາຍຢູ່ລັດ Rakhine ຮ້າຍແຮງຂຶ້ນຕື່ມ ແລະ ຢັ້ງຢືນວ່າຈະສະໜັບສະໜູນປະຊາຊົນ ມຽນມາ, ໃຫ້ຄຳໝັ້ນສັນຍາຕໍ່ອະທິປະໄຕ, ຄວາມເປັນເອກະລາດດ້ານການເມືອງ, ຜືນແຜນດິນອັນຄົບຖ້ວນ ແລະ ທ້ອນໂຮມ ມຽນມາ ເປັນເອກະພາບ.

        ເຂົ້າຮ່ວມສ້າງ ແລະ ປະກອບຄຳຫັນຕໍ່ຖະແຫຼງການປະທານ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ເນັ້ນໜັກການຮຽກຮ້ອງຕ້ອງຢຸດຕິການໃຊ້ຄວາມຮຸນແຮງຢ່າງທັນທີ, ສ້າງສະພາບການທີ່ເປັນປົກກະຕິ, ຮັບປະກັນຄວາມປອດໄພໃຫ້ແກ່ສາມັນຊົນ, ຮຽກຮ້ອງໃຫ້ມີຄວາມອົດກັ້ນສູງສຸດ, ດຳເນີນການໂອ້ລົມສົນທະນາ ມຸ່ງໄປສູ່ວິທີການທີ່ສົມເຫດສົມຜົນ, ເໝາະສົມກັບລັດຖະທຳມະນູນ ແລະ ກົດໝາຍຂອງມຽນມາ ແລະ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການປະຊາທິປະໄຕ, ທ່ານກໍ່ປະກາດບັນດາຄວາມມານະພະຍາມຂອງ ອາຊຽນ ໃນການຊຸກຍູ້ການເຈລະຈາ, ຊອກຫາວິທີການແກ້ໄຂໃຫ້ແກ່ບັນຫານີ້ ແລະ ອາຊຽນພ້ອມແລ້ວທີ່ຈະຊ່ວຍເຫຼືອ ມຽນມາ ດ້ວຍເຈດຕະນາດີ, ເໝາະສົມກັບບັນດາເປົ້າໝາຍ, ຫຼັກການຂອງ ກົດບັດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ