ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດການທ່ອງທ່ຽວທີ່ມີຂອບເຂດ ໃຫຍ່ກວ່າໝູ່ໃນໂລກຢູ່ Berlin

ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດການທ່ອງທ່ຽວທີ່ມີຂອບເຂດ ໃຫຍ່ກວ່າໝູ່ໃນໂລກຢູ່ Berlin - ảnh 1
ງານ​ຕະຫຼາດນັດການທ່ອງທ່ຽວ  (ITB) ຄັ້ງທີ 48
(ພາບ: nordicmarketing.de)


(vovworld) - ງານ​ຕະຫຼາດນັດປະຈຳ​ປີ​ໃຫຍ່​ກວ່າໝູ່​ໃນ​ໂລກ​ກ່ຽວກັບການທ່ອງທ່ຽວ  (ITB) ຄັ້ງທີ 48 ​ໄດ້​ຖືກໄຂຂຶ້ນ​​​​ໃນວັນ​ທີ 5/3 ຢູ່​ສູນຕະຫຼາດນັດ​ສາກົນ ICC ທີ່​ນະຄອນຫຼວງ Berlin, ​ເຢຍລະ​ມັນ. ງານ​ຕະຫຼາດນັດປີ​ນີ້​ບັນລຸ​ຕົວ​ເລກ​ສະຖິຕິກ່ຽວກັບ​ຈຳນວນ​ປະ​ເທດ​ເຂົ້າຮ່ວມ​ເຊີ່ງລວມ​ມີ 10.147 ບໍລິສັດ​ການທ່ອງທ່ຽວມາ​ຈາກ 189 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ ຫວຽດນາມ ມີ 30 ບໍລິສັດ​ການທ່ອງທ່ຽວ​ເຂົ້າຮ່ວມ. ​ໃນ​​ໄລຍະ​ດຳ​ເນີນ​ງານ​ຕະຫຼາດນັດ (5-9/3), ບັນດາຫົວໜ່ວຍ​ເຂົ້າຮ່ວມ​ການວາງສະ​ແດງ​​ແນະນຳ​ການບໍລິການ, ຜະລິດຕະພັນ​ການທ່ອງທ່ຽວທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ​ໃໝ່ສຸດ​ຂອງ​ຕົນ​ບົນ​ເນື້ອທີ່ 160.000 ມ2 ​ໃນ 26  ຮ້ານ​ວາງສະ​ແດງຢູ່​ສູນ ICC.   ຜູ້ອຳນວຍການ​ບໍລິສັດ​ຕະຫຼາດນັດ ICC Berlin Christian Goke ​ໃຫ​້ຮູ້​ວ່າງານ​ຕະຫຼາດນັດ   ITB Berlin ສ່ອງ​ແສງ​ໃຫ້​ເຫັນ​ຄຸນ​ຄ່າ​ຂອງ​ຂະ​ແໜງອຸດສາຫະກຳ​ການທ່ອງທ່ຽວ​ໂລກຢ່າງຮອບດ້ານ ​ແລະ ​ເປັນ​ບ່ອນ​ວາງສະ​ແດງ, ​ໂຄສະນາ​ບັນດາ​ຜະລິດ​ຕະພັນ, ການບໍລິການ​ທ່ອງທ່ຽວສາກົນ, ​​ເຕັກ​ໂນ​ໂລ​ຊີ​ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ