ຫວຽດນາມຕອບສະໜອງບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກ
(ພາບ:vietnam.vn)
( vovworld ) – ໃນເວລາ 8 ໂມງ 30 ນາທີຂອງວັນທີ 31/3, ບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກດ້ວຍສານທີ່ວ່າ: “ທຸກຄົນພ້ອມກັນປະຕິບັດ“ ເພື່ອແນໃສ່ຮຽກຮ້ອງມຫ້ບັນດາຄະນະ ຂະແໜງການ, ວິສາຫະກິດ, ອົງການຈັດຕັ້ງ ແລະ ທຸກໆຄົນ ພ້ອມກັນປະຕິບັດ, ຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ໄດ້ຖືກຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ໂດຍມີການເຂົ້າຮ່ວມຂອງປະຊາຊົນນັບພັນໆຄົນ. ຢູ່ນະຄອນຫຼວງຮ່າໂນ້ຍ, ຜູ້ຕາງໜ້າກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ-ການຄ້າ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດແດນມາກ ປະຈຳຫວຽດນາມ ໄດ້ພ້ອມກັນປະຕິບັດການມອດໄຟ, ຕອບສະໜອງບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2012. ນະທີ່ນີ້, ທ່ານ Hoang Quoc Vuong ຮອງລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຫວຽດນາມ ເນັ້ນໜັກວ່າ: “ເພື່ອ ເຮັດໃຫ້ບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2012 ບໍ່ພຽງແຕ່ແມ່ນການປະຕິບັດໃນເວລາ 60 ນາທີເທົ່ານັ້ນ ຫາກຍັງຈະແມ່ນການປະຕິບັດໃນຕະຫຼອດ 365 ວັນຂອງປີ 2012, ພວກເຮົາຈົ່ງພ້ອມກັນຢັ້ງຢືນກັບໂລກວ່າ ປະຊາຊົນຫວຽດນາມ ມີຄວາມຮັບຜິດຊອບ ແລະ ໃຫ້ຄຳໝັ້ນສັນຍາຈະປົກປັກຮັກສາສິ່ງແວດລ້ອມທົ່ວໂລກ; ປະຢັດ ແລະ ນຳໃຊ້ແຫຼ່ງພະລັງງານຢ່າງມີປະສິດທິຜົນ. ຈົ່ງພ້ອມກັບວົງຄະນາຍາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດດ້ວຍ ບັນດາການກະທຳອັນແທດຈິງ, ລະອຽດ“
ບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກຢູ່ອົດສະຕາລີ
(ພາບ:tinmoi.vn)
ບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2012 ໄດ້ຮັບການຕອບສະໜອງຈາກເກືອບ 150 ປະເທດໃນໂລກ. ນອກຈາກເລື່ອງປະຕິບັດການມອດໄຟ 1 ຊົ່ວໂມງແລ້ວ, ປີນີ້, ບັນດາສ່ວນບຸກຄົນ ແລະ ອົງການຈັດຕັ້ງໄດ້ມີບັນດາການເຄື່ອນໄຫວເພື່ອປົກປັກຮັກສາສັນຕິພາບ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ທ່ານເລຂາທິການໃຫ່ຍສະຫະປະຊາຊາດຖືວ່າ: ການມອດໄຟ ແມ່ນວິທີສະແດງຄຳໝັ້ນສັນຍາຂອງແຕ່ລະຄົນ ກ່ຽວກັບການພັດທະນາພະລັງງານແບບຍືນຍົງ, ພະລັງງານສະອາດ.
ບັ້ນມອດໄຟ 1 ຊົ່ວໂມງເພື່ອໜ່ວຍໂລກປີ 2012 ໄດ້ຖືກຈັດຂຶ້ນໃນທົ່ວໂລກຕາມອັນດັບ, ປະເທດທຳອິດປະຕິບັດການມອດໄຟໃນຕອນຄ່ຳວັນທີ 31/3 ແມ່ນປະເທດອົດສະຕີລາ, ຕໍ່ຈາກນັນແມ່ນປະເທດຈີນ, ສິງກະໂປ, ອິນເດຍ, ອູໄນເຕບອາຣັບເອມມີເລດ…..