ຫວຽດນາມ ເຂົ້າຮ່ວມກອງປະຊຸມ APEC ກ່ຽວກັບການ ຄ້ຳປະກັນສະບຽງອາຫານ ຢູ່ ມາເລເຊຍ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ APEC ກ່ຽວກັບການ ຄ້ຳປະກັນສະບຽງອາຫານ ຢູ່ ມາເລເຊຍ - ảnh 1
ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ຢື່ນ​ອັນດັບ 2 ​ໃນ​ໂລກ
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 18 – 21/6, ຢູ່​ນະຄອນຫຼວງ Kuala Lumpur ປະ​ເທດ ມາ​ເລ​ເຊຍ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ເວທີ​ປາ​ໄສ​ເສດຖະກິດ ອາຊີ - ປາຊີ​ຟິກ (ຫຼື APEC) ກ່ຽວ​ກັບ​ການ​ຄ້ຳ​ປະກັນ​ສະບຽງ​ອາຫານ ທີ່​ມີ​ຫົວ​ຂໍ້​ວ່າ “ບັນດາ​ວິທີ​ສຳ​ພັດ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ປະຕິບັດ​ແຜນການ​ເຄື່ອນ​ໄຫວຂອງ APEC ກ່ຽວ​ກັບ​ການ​ຄ້ຳ​ປະກັນ​ສະບຽງ​ອາຫານຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ”. ຕາງໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ, ທ່ານ Pham Quang Huy, ນັກວິຊາການ​ສັງກັດກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ຄ້ຳປະກັນ​ສະບຽງ​ອາຫານຂອງ​ຫວຽດນາມ. ຕາມ​ທ່ານ Pham Quang Huy ​ແລ້ວ, ພາຍຫຼັງ 2 ທົດ​ສະ​ວັດ​ປະຕິບັດ​ແນວທາງ​​ປ່ຽນ​ແປງ​ໃໝ່, ຫວຽດນາມ ​ໄດ້​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ບໍ່​ພຽງ​ແຕ່​ສາມາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ສະບຽງອາຫານ​ ​ແລະ ​ຄ້ຳປະກັນ​ສະບຽງ​ອາ​ຫານເທ່ົາ​ນັ້ນ, ຫາກ​ຍັງ​ແມ່ນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ຢື່ນ​ອັນດັບ 2 ​ໃນ​ໂລກ​ອີກ​ດ້ວຍ. ປະຈຸ​ບັນ, ລັດຖະບານ​ຫວຽດນາມ ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ນຳ​ບັນຫາ​ຄ້ຳປະກັນ​ສະບຽງ​ອາຫານ​ແຫ່ງ​ຊາດ ​ເຂົ້າຍຸດ​ທະ​ສາດ​ສັງ​ລວມພັດທະນາ​ເສດຖະກິດ - ສັງຄົມ, ພັດທະນາ​ການ​ຜະລິດ​ກະສິກຳ​ຮອບດ້ານ ​ແລະ ມີ​ປະສິດ​ທິຜົນ, ພັດທະນາ​ບັນດາ​ເຂດ​ຜະລິດ​​ເປັນສິນຄ້າ​ມີ​ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງສູງ, ​ເສີມ​ຂະຫຍາຍ​​ແຫຼ່ງກຳ​ລັງ​ຈາກ​ປະຊາຊົນ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ ສັງຄົມ​ໃນ​ການ​ໜູ​ນຊ່ວຍ​ລັດ ຄ້ຳປະກັນ​ສະບຽງ​ອາຫານ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ