ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ​ເພື່ອນ​ມິດ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​​ທົ່ວ​ໂລກ

(VOVWORLD) - ວັນທີ 9 ພຶດສະພາ, ກຸ່ມເພື່ອນມິດ ກ່ຽວກັບຂໍ້ລິເລີ່ມພັດທະນາທົ່ວໂລກ (GDI) ໄດ້ຈັດຕັ້ງກອງປະຊຸມຂັ້ນສູງທາງໄກ ດ້ວຍຫົວຂໍ້ “ເຮັດໃຫ້ການພົວພັນຄູ່ຮ່ວມມືໃນຂອບເຂດຂໍ້ລິເລີ່ມພັດທະນາທົ່ວໂລກເລິກເຊິ່ງ, ຍູ້ໄວການປະຕິບັດໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ”.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ​ເພື່ອນ​ມິດ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ພັດ​ທະ​ນາ​​ທົ່ວ​ໂລກ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ເນັ້ນໜັກວ່າຖ້າບໍ່ມີສັນຕິພາບ, ບັນດາເປົ້າໝາຍພັດທະນາແບບຍືນຍົງຈະບໍ່ສາມາດບັນລຸໄດ້ ແລະ ປະຖົມປັດໄຈແມ່ນຕ້ອງຮັກສາສັນຕິພາບ, ສະຖຽນລະພາບໃຫ້ແກ່ການຟື້ນຟູ ແລະ ພັດທະນາພາຍຫຼັງພະຍາດໂຄວິດ - 19. ເພື່ອບັນລຸໄດ້ສິ່ງນັ້ນ, ສິ່ງຫຼັກແຫຼ່ງແມ່ນຕ້ອງຍົກສູງຈິດໃຈສັນຕິພາບ, ການຮ່ວມມື, ໂປ່ງໄສ, ເປີດເຜີຍ, ກວມລວມ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມີການເຄົາລົບຫຼັກການຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ຄິດໄລ່ຮອດຄວາມສົນໃຈ, ຜົນປະໂຫຍດ, ຄວາມເປັນຫຼາຍຮູບແບບດ້ານວັດທະນະທຳຂອງບັນດາປະເທດສະມາຊິກ.

        ທ່ານເອກອັກຄະລັດຖະທູດເນັ້ນໜັກວ່າ ເພື່ອບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ, ນອກຈາກບັນດານະໂຍບາຍ, ຄວາມມານະພະຍາຍາມ ແລະ ແຫຼ່ງກຳລັງພາຍໃນ, ການໜູນຊ່ວຍ ແລະ ສົມທົບຂອງບັນດາຄູ່ຮ່ວມມືສາກົນແລ້ວ, ບັນດາປະເທດພັດທະນາກໍ່ຕ້ອງເພີ່ມທະວີການໜູນຊ່ວຍກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ເຕັກໂນໂລຢີດີຈີຕອນ, ພັດທະນາພື້ນຖານໂຄງລ່າງ, ຍົກສູງກຳລັງຄວາມສາມາດ ແລະ ແຫຼ່ງກຳລັງການເງິນໃຫ້ແກ່ບັນດາປະເທດພວມພັດທະນາ. ກ່ຽວກັບວິທີການເຄື່ອນໄຫວຂອງກຸ່ມເພື່ອນມິດໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຖືວ່າ ຄວາມສົນໃຈ ແລະ ຜົນປະໂຫຍດຂອງບັນດາປະເທດຕ້ອງໄດ້ຮັບການພິຈາລະນາ ຢ່າງຄົບຖ້ວນໃນວິວັດການເຈລະຈາ ແລະ ຕັດສິນ, ພ້ອມທັງເພື່ອບັນລຸໄດ້ບັນດາໝາກຜົນຢ່າງແທດຈິງ, ກຸ່ມຕ້ອງຊັ່ງຊາແຕ່ລະປີ ຕ້ອງໃຫ້ບູລິມະສິດຊຸກຍູ້ບາງຂົງເຂດຢ່າງລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ