(vovworld) - ວັນທີ 03/03, ຢູ່ເຊີແນວ, ປະເທດສະວິດ, ພິທີໄຂກອງປະຊຸມຂັ້ນສູງຄັ້ງທີ 25 ຂອງສະພາສິດທິມະນຸດ ສະຫະປະຊາຊາດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ນຳໜ້າ ແລະ ນີ້ກໍ່ແມ່ນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ ດ້ວຍຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດອາຍຸການ 2014 – 2016. ບັນດາຫົວຂໍ້ຕົ້ນຕໍ່ທີ່ໄດ້ຮັບການປຶກສາຫາລືທີ່ກອງປະຊຸມຄັ້ງທີ 25 ນີ້ລວມມີ: ພິຈາລະນາຕີລາຄາບັນດາວຽກງານ ແລະ ການເຄື່ອນໄຫວຂອງສະພາສິດທິມະນຸດ; ປົກປ້ອງ ແລະ ຊຸກຍູ້ສິດຂອງຄົນເຂົ້າເມືອງ; ສິດຂອງຄົນພິການ, ໃນນັ້ນເອົາໃຈໃສ່ເຖິງສິດສຳພັດການສຶກສາຂອງຄົນພິການ; ຊຸກຍູ້ ແລະ ປົກປ້ອງການເຄື່ອນໄຫວສັງຄົມພົນລະເຮືອນ; ສິດທິເດັກ; ວຽກງານສະກັດກັ້ນໄພດັບສູນເຊື້ອຊາດ.
ດ້ວຍຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມວຽກງານລວມຂອງສະພາຢ່າງຕັ້ງໜ້າ. ຄຽງຂ້າງກອງປະຊຸມເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຍັງສືບຕໍ່ດຳເນີນບັນດາການພົບປະ 2 ຝ່າຍກັບທ່ານລັດຖະມົນຕີການຕ່າງປະເທດ ເວເນຊຸເອລາ Elisa Jaua Milano; ທ່ານຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Hirotaka Ishihara; ທ່ານເລເຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU) Anders Johnsson.