(vovworld) – “ຫວຽດນາມ ສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມປະຕິຮູບໂດຍທ່ານນາງ Irina Bokova, ຜູ້ອຳນວຍການໃຫຍ່ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO), ປະຕິບັດເພື່ອນຳອົງການນີ້ຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ, ພ້ອມທັງຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ເພີ່ມທະວີທີ່ຕັ້ງ, ບົດບາດຂອງອົງການ”. ກ່າວຄຳເຫັນທີ່ກອງປະຊຸມຢ່າງເປັນທາງການສະພາບໍລິຫານ UNESCO ຖືກຈັດຂຶ້ນໃນວັນທີ 30/9, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝຣັ່ງ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນແທງເຊີນ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ຊີ້ແຈ້ງວ່າ: ຫວຽດນາມ ຊົມເຊີຍ UNESCO ສືບຕໍ່ສະຫງວນບຸລິມະສິດໃຫ້ແກ່ການສຶກສາຮັບໃຊ້ທຸກຄົນ (EFA) ກໍ່ຄືການສຶກສາເພື່ອການພັດທະນາແບບຍືນຍົງ (ESD).
ກ່ອນໜ້ານັ້ນ, ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນແທງເຊີນ, ທ່ານນາງ Bokova ຖືວ່າ: ການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນຂອງ ຫວຽດນາມ ສຳລັບການເຄື່ອນໄຫວຂອງ UNESCO ໃນຊຸມປີຜ່ານມາໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກບັນດາສະມາຊິກຂອງສະພາບໍລິຫານ. ດ້ວຍບັນດາມໍລະດົກວັດທະນະທຳທີ່ໄດ້ຮັບການເຊີດຊູຈາກໂລກໃນທຸກຂົງເຂດ, ຫວຽດນາມ ສົມເປັນເສົາຄ້ຳໃນ ອາຊຽນ.
ກອງປະຊຸມຄັ້ງທີ 192 ຂອງສະພາບໍລິຫານ UNESCO ຖືກຈັດຕັ້ງແຕ່ວັນທີ 24/9 ຫາ 11/10 ຢູ່ ປາຣີ, ໄດ້ເຕື້ອງເຖິງຫຼາຍບັນຫາ, ໃນນັ້ນສຸມໃສ່ປຶກສາຫາລືຍຸດທະສາດພັດທະນາໄລຍະກາງຂອງ UNESCO.