ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະກຳມະການອາຊຽນ ຢູ່ ປາຣີ
(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດິງຕວານທັ໊ງ ໄດ້ສະແດງຄວາມຊົມເຊີຍຕໍ່ປະເທດລາວ ເມື່ອໄດ້ດຳລົງຕຳແໜ່ງເປັນປະທານ ACP ເປັນຢ່າງດີໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ມາເລເຊຍ ຈະຮັບດຳລົງຕຳແໜ່ງນີ້
ວັນທີ 8 ກັນຍາ 2022, ຢູ່ສຳນັກງານ ສະຖານທູດ ລາວ ປະຈຳ ປາຣີ, ທ່ານ ດິງຕວານທັ໊ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການ ອາຊຽນ ຢູ່ປາຣີ. ເຂົ້າຮ່ວມກອງປະຊຸມມີເອກອັກຄະລັດຖະທູດ 9 ທ່ານ ທີ່ມາຈາກບັນດາປະເທດ ອາຊຽນ ປະຈຳ ປາຣີ. ດ້ວຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ລາວ ຄຳອິນ ຄິດຈະເດັດ, ບັນດາເອກອັກຄະລັດຖະທູດ ໄດ້ສຸມໃສ່ປຶກສາຫາລື ກວດກາຄືບາງໝາກຜົນດີເດັ່ນທີ່ບັນລຸໄດ້ໃນການປະຕິບັດວຽກງານຂອງ ACP ໃນໄລຍະດຳລົງຕຳແໜ່ງປະທານໝູນວຽນ ACP ຂອງທ່ານເອກອັກຄະລັດຖະທູດ ລາວ (ນັບແຕ່ເດືອນ ພຶດສະພາ - ເດືອນສິງຫາ 2022). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດິງຕວານທັ໊ງ ໄດ້ສະແດງຄວາມຊົມເຊີຍຕໍ່ປະເທດລາວ ເມື່ອໄດ້ດຳລົງຕຳແໜ່ງເປັນປະທານ ACP ເປັນຢ່າງດີໃນໄລຍະຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ມາເລເຊຍ ຈະຮັບດຳລົງຕຳແໜ່ງນີ້, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານລວມຂອງ ACP, ປະກອບສ່ວນປັບປຸງຄວາມສາມັກຄີ ພາຍໃນກຸ່ມ ອາຊຽນ, ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາອົງການຈັດຕັ້ງສາກົນ.