ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​​ສົນ​ທະ​ນາ​ການຮ່ວມ​ມື ອາ​ຊີ ຄັ້ງ​ທີ 3

(VOVWORLD) -  ນັບແຕ່ວັນທີ 2 – 3 ຕຸລາ, ກອງປະຊຸມສຸດຍອດ ເວທີປາໄສສົນທະນາຮ່ວມມື ອາຊີ (ACD) ຄັ້ງທີ 3 ໄດ້ດຳເນີນຢູ່ນະຄອນ Doha, ກາຕາ. ທ່ານຮອງລັດຖະມົນຕີການຕ່າງປະເທດ ນາງ ຫງວຽນມິງຮັ່ງ ໄດ້ນຳພາຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະ ເຮັດວຽກຢູ່ ກາຕາ.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​​ສົນ​ທະ​ນາ​ການຮ່ວມ​ມື ອາ​ຊີ ຄັ້ງ​ທີ 3 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຖ່າຍຮູບເປັນທີ່ລະນຶກ (ພາບ: ສຳນັກຂ່າວສານ Qatar QNA)

ດ້ວຍຫົວຂໍ້ “ການທູດກິລາ”, ກອງປະຊຸມສຸດຍອດ ACD ຄັ້ງທີ 3 ໄດ້ຮັບຮອງເອົາຖະແຫຼງການຮ່ວມ Doha, ຢັ້ງຢືນຄຳໝັ້ນສັນຍາຂອງບັນດາປະເທດສະມາຊິກສືບຕໍ່ຊຸກຍູ້ການເຈລະຈາ ແລະ ຮ່ວມມື, ຜັນຂະຫຍາຍແຜນການດຳເນີນງານ ACD ໄລຍະ 2021 – 2030 ແລະ ວິໄສທັດ ACD 2030 ໃຫ້ມີປະສິດທິຜົນ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິງຮັ່ງ ຖືວ່າ ACD ຕ້ອງສຸມໃສ່ບາງຈຸດສຸມການຮ່ວມມື, ເຊັ່ນ: ຍົກສູງລັດທິຫຼາຍຝ່າຍ, ການສົນທະນາ ແລະ ຮ່ວມມືເພື່ອສັນຕິພາບ ແລະ ວັດທະນາຖາວອນ, ໜູນຊ່ວຍບັນດາປະເທດໃນການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຍູ້ແຮງການເຊື່ອມຕໍ່, ພົບປະແລກປ່ຽນລະຫວ່າງປະຊາຊົນບັນດາປະເທດ… ທ່ານນາງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນການເຄື່ອນໄຫວຂອງບັນດາການຈັດຕັ້ງ, ກົນໄກຮ່ວມມືທົ່ວໂລກ, ລະຫວ່າງເຂດພາກ ແລະ ພາກພື້ນເພື່ອສັນຕິພາບ, ການຮ່ວມມື  ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ