ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ການ​ຄ້າ ແລະ ໂຄ​ສະ​ນາ​ສິນ​ຄ້າ​​ສາ​ກົນ ຢູ່ ອາ​ນ​ເຊ​ຣີ ​ຜ່ານ​ທາງ​ອອນ​ລາຍ

(VOVWORLD) -ງານຕະຫຼາດນັດດັ່ງກ່າວຈະແກ່ຍາວຮອດວັນທີ 27 ກັນຍາ ຈຶ່ງອັດລົງ.
ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ​ການ​ຄ້າ ແລະ ໂຄ​ສະ​ນາ​ສິນ​ຄ້າ​​ສາ​ກົນ ຢູ່ ອາ​ນ​ເຊ​ຣີ ​ຜ່ານ​ທາງ​ອອນ​ລາຍ - ảnh 1ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດການຄ້າ ແລະ ໂຄສະນາສິນຄ້າສາກົນ ຢູ່ ອານເຊຣີ ຜ່ານທາງອອນລາຍ (ພາບ: vinanet.vn) 

        ງານຕະຫຼາດນັດການຄ້າ ແລະ ໂຄສະນາສິນຄ້າ ສາກົນ ທາງອອນລາຍຄັ້ງທຳອິດ ຢູ່ ອານເຊຣີ ຖືກໄຂຂຶ້ນໃນວັນທີ 13 ກັນຍາ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ອານເຊຣີ ເປັນຈຳນວນຫຼາຍ ແລະ ປະມານ 10 ບໍລິສັດວາງສະແດງຈາກຕ່າງປະເທດ, ໃນນັ້ນ ມີຫວຽດນາມ. ງານຕະຫຼາດນັດດັ່ງກ່າວຈະແກ່ຍາວຮອດວັນທີ 27 ກັນຍາ ຈຶ່ງອັດລົງ.

        ທ່ານ ຮວ່າງດຶກຍ້ວນ - ທູດການຄ້າ ໃຫ້ຮູ້ວ່າ ນອກຈາກ ອົງການການຄ້າຫວຽດນາມ ປະຈຳ ອານເຊຣີ ແລ້ວ, ຍັງມີສອງກຸ່ມບໍລິສັດການຄ້າໃຫຍ່ຄື ບໍລິສັດໃຫຍ່ການຄ້າ ຮ່າໂນ້ຍ ແລະ ບໍລິສັດຫຸ້ນສ່ວນ ກາເຟ ອານຖ໊າຍ ກໍໄດ້ເຂົ້າຮ່ວມງານຕະຫຼາດນັດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ