ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ ແລະ ການເດີນທາງທ່ອງທ່ຽວໃຫຍ່ທີ່ສຸດຢູ່ອາຊີໃຕ້

(VOVWORLD) - ດ່ານັ້ງ ໄດ້ເຊື່ອມຕໍ່ກັບບັນດາບໍລິສັດການບິນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ສົ່ງເສີມສາຍການບິນໂດຍກົງຈາກ ອິນເດີຍ ມາ ດ່ານັ້ງ
ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວ ແລະ ການເດີນທາງທ່ອງທ່ຽວໃຫຍ່ທີ່ສຸດຢູ່ອາຊີໃຕ້ - ảnh 1ຮ້ານວາງສະແດງຂອງພະແນກທ່ອງທ່ຽວນະຄອນ ດ່ານັ້ງ
(ພາບ: TTXVN)

        ງານຕະຫຼາດນັດທ່ອງທ່ຽວ ແລະ ການເດີນທາງທ່ອງທ່ຽວອາຊີໃຕ້ (SATTE) ຄັ້ງທີ 31 ໄດ້ຈັດຂຶ້ນຢູ່ສູນວາງສະແດງ India Expo Mart, Greater Noida, ປະເທດ ອິນເດຍ, ແຕ່ວັນທີ 22 – 24 ກຸມພາ. ງານຕະຫຼາດນັດນີ້ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 48.000 ຄົນ, 1.800 ຫົວໜ່ວຍວາງສະແດງທີ່ມາຈາກຫຼາຍປະເທດ.

        ຄະນະ ຫວຽດນາມ ມີບັນດາຮ້ານວາງສະແດງຂອງພະແນກທ່ອງທ່ຽວນະຄອນ ດ່ານັ້ງ, ບໍລິສັດການບິນ ຫວຽດນາມ (Vietnam Airlines), ບໍລິສັດທ່ອງທ່ຽວ Vietravel ເພື່ອໂຄສະນາພາບພົດປະເທດ ຫວຽດນາມ ກໍຄືຮູບແບບເຊື່ອມຕໍ່ຢູ່ງານຕະຫຼາດນັດທີ່ໃຫຍ່ທີ່ສຸດຂອງພາກພື້ນ ອາຊີໃຕ້ ນີ້.

        ທີ່ງານຕະຫຼາດນັດນີ້, ດ່ານັ້ງ ໄດ້ເຊື່ອມຕໍ່ກັບບັນດາບໍລິສັດການບິນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມື, ສົ່ງເສີມສາຍການບິນໂດຍກົງຈາກ ອິນເດີຍ ມາ ດ່ານັ້ງ; ພ້ອມທັງ, ພົບປະກັບບັນດາວິສາຫະກິດກ່ຽວກັບການທ່ອງທ່ຽວແບບຈັດງານດອງ ແລະ ບັນດານັກຈັດງານດອງ ເພື່ອເລີ່ມເຄື່ອນໄຫວການທ່ອງທ່ຽວແບບຈັດງານດອງມາຍັງ ດ່ານັ້ງ ປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ