ຫວຽດນາມ ເຂົ້າຮ່ວມງານບຸນ Festival Embassy ຢູ່ Bucarest, ປະເທດ Rumani

(VOVWORLD) - ນີ້ແມ່ນການເຄື່ອນໄຫວວັດທະນະທຳໂດຍສະຫະສະມາຄົມວັດທະນະທຳ - ສິລະປະ ESCU ສົມທົບກັບບັນດາສະຖານທູດ ປະເທດຕ່າງໆປະຈຳ Bucarest ຈັດຂຶ້ນໃນແຕ່ລະປີ
 
ຫວຽດນາມ ເຂົ້າຮ່ວມງານບຸນ Festival Embassy ຢູ່ Bucarest, ປະເທດ Rumani - ảnh 1 ບັນດາຜູ້ຊົມທີ່ງານບຸນ

ແຕ່ວັນທີ 7 – 10 ກັນຍາ, ຢູ່ນະຄອນຫຼວງ Bucarest ໄດ້ຈັດຕັ້ງງານບຸນ Festival Embassy - ງານບຸນວັດທະນະທຳ ສິລະປະອັນເປັນມູນເຊື້ອຂອງບັນດາສະຖານທູດ ແລະ ອົງການທູຕານຸທູດບັນດາປະເທດໃນບໍລິເວນ. ນີ້ແມ່ນການເຄື່ອນໄຫວວັດທະນະທຳໂດຍສະຫະສະມາຄົມວັດທະນະທຳ - ສິລະປະ ESCU ສົມທົບກັບບັນດາສະຖານທູດ ປະເທດຕ່າງໆປະຈຳ Bucarest ຈັດຂຶ້ນໃນແຕ່ລະປີ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຈີ່ນແທ່ງກົງ ແລະ ການນຳສະມາຄົມຊາວ ຫວຽດນາມ ປະຈຳ Rumani ໄດ້ເຂົ້າຮ່ວມພິທີໄຂງານບຸນນີ້. ນີ້ແມ່ນປີທຳອິດ ທີ່ສະຖານທູດ ຫວຽດນາມ ປະຈຳ Rumani ເຂົ້າຮ່ວມງານບຸນ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ແນະນຳຜະລິດຕະພັນຫັດຖະກຳ, ອາພອນສະໄໝ ແລະ ແນະນຳອາຫານການກິນປະເພນີ, ເຊິ່ງໄດ້ດຶງດູດແຂກມາຊົມເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ