ຫວຽດນາມ ເຂົ້າຮ່ວມງານມະໂຫລານຊາວໜຸ່ມ, ນັກສຶກສາໂລກ

ຫວຽດນາມ ເຂົ້າຮ່ວມງານມະໂຫລານຊາວໜຸ່ມ, ນັກສຶກສາໂລກ - ảnh 1
(ການປະຊຸມຂ່າວ ງານ​ມະ​ໂຫລານ​ຊາວ​ໜຸ່ມ, ນັກ​ສຶກສາ​ໂລກ)


​(vovworld) – ຕົວ​ແທນ​ຊາວ​ໜຸ່ມ​ຜູ້ດີ​ເດັ່ນ 85 ຄົນ ທີ່​ຕາງໜ້າ​ໃຫ້​ຊາວ​ໜຸ່ມ​ຫວຽດນາມ​ ຈະ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຊາວ​ໜຸ່ມ, ນັກ​ສຶກສາ​ໂລກ​ຄັ້ງ​ທີ 18 (Festival 18) ​ເຊິ່ງຖືກ​ຈັດ​ຕັ້ງ​ຢູ່​ນະຄອນ ກວີ​ໂຕ, ​ເອກູ​ອາ​ດໍ ​ແຕ່​ວັນ​ທີ 7-13/12/2013. ດ້ວຍ​ຫົວ​ຂໍ້​ວ່າ “ຊາວ​ໜຸ່ມ​ສາມັກຄີ​ຕ້ານ​ລັດທິ​ຈັກກະພັດ ​ເພື່ອ​ໂລກ​ສັນຕິພາບ, ສາມັກຄີ ​ແລະ ກ້າວໜ້າ“.

ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ​ ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ “​ໄວ​ໜຸ່ມ​ຫວຽດນາມ​ ກັບ​ພາລະກິດ​ປ່ຽນ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ“; ​ເຂົ້າ​ຮ່ວມ​ສານ​ສາກົນ​ຕ້ານ​ຈັກ​ກະ​ພັດ​ດ້ວຍ​ເນື້ອ​ໃນ: ກ່າວ​ປະ​ນາມ​ການ​ນຳ​ໃຊ້​ທາດ​ເຄມີ​ໃນ​ສົງຄາມທີ່ກໍ່​ຜົນ​ຮ້າຍ​ຢ້ອນ​ຫຼັງ​ໃນ​ໄລຍະ​ຍາວ​ໃຫ້​ແກ່​ມະນຸດ. ຄະນະ​ຍັງ​ຈັດ​ງານ​ວາງສະ​ແດງ​ຮູບ​ພາບ, ສື່​ສິ່ງ​ພິມ, ວັດຖຸ​ພັນ​ທີ່ໂຄສະນາ​ກ່ຽວ​ກັບ​ຫວຽດນາມ ກໍ່​ຄືການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ຫວຽດນາມ​ໃນ​ຂະ​ບວນການ​ຕ່າງໆ ​ເພື່ອ​ປະກອບສ່ວນ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ກ່ຽວ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຫວຽດນາມ.

ຂ່າວ/ບົດ​ອື່ນ