ຫວຽດນາມ ເຂົ້າຮ່ວມເວທີປາໄສ Davos ລະດູຮ້ອນ 2014
ເວທີປາໄສ Davos ລະດູຮ້ອນ 2014
(ພາບ: TTXVN)
(vovworld) – ເວທີປາໄສ Davos ລະດູຮ້ອນ 2014 ດ້ວຍຫົວຂໍ້ວ່າ “ສ້າງຄຸນຄ່າຜ່ານຫົວຄິດປະດິດສ້າງ” ຖືກໄຂຂຶ້ນໃນວັນທີ 10/09, ຢູ່ນະຄອນທ່າກຳປັ່ນສິນຈຽງ, ຈີນ. ຄະນະຜູ້ແທນຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຟ້າມກົງຕ້າກ ນຳໜ້າເຂົ້າຮ່ວມເວທີປາໄສ.
ຕາມທ່ານຮອງລັດຖະມົນຕີ ຟ້າມກົງຕ້າກ ແລ້ວ, ນີ້ແມ່ນເວທີປາໄສເປີດ, ເຕົ້າໂຮມບັນດານັກທຸລະກິດ, ນັກການເມືອງ, ນັກຮຽນຮູ້, ນັກຄົ້ນຄວ້າ, ກຸ່ມບໍລິສັດ ແລະ ອົງການຈັດຕັ້ງສາກົນ. ທີ່ເວທີປາໄສ, ມີນັກຮຽນຮູ້ຫຼາຍທ່ານໄດ້ຍົກອອກຂໍ້ສັງເກດວ່າ ເສດຖະກິດໂລກພວມສ້າງຮູບຖານຄືນໃໝ່ ເພື່ອປະກົດມີບັນດາເຕັກໂນໂລຊີໃໝ່ ຫຼື ບັນດາການປ່ຽນແປງໃໝ່ດ້ານເຕັກໂນໂລຊີ ຄືການປະກົດວັດຖຸອຸປະກອນໃໝ່… ຫວຽດນາມ ປາດຖະໜາວ່າ, ຜ່ານເວທີປາໄສນີ້ ສາມາດຊອກຫາບັນດາມາດຕະການແກ້ໄຂໃຫ້ພື້ນຖານເສດຖະກິດຫວຽດນາມ ຕໍ່ໜ້າບັນດາການປ່ຽນແປງ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຄືປະຈຸບັນ.