ຫວຽດນາມ ເຂົ້າຮ່ວມເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31
(VOVWORLD) - ດ້ວຍຫົວຂໍ້ “ການພົວພັນຄູ່ຮ່ວມມືອົງອາດກ້າແກ່ນເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຍືນຍົງ”, ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຄັ້ງທີ 31 (APPF 31) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 23 ພະຈິກ ຢູ່ນະຄອນຫຼວງ Manila (ຟີລິບປິນ).
ພິທີໄຂ (ພາບ: VOV) |
|
ດ້ວຍການເຂົ້າຮ່ວມຂອງຜູ້ແທນ 275 ຄົນ ທີ່ມາຈາກ 19 ປະເທດ, APPF 31 ແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫາລືບັນດາບັນຫາ, ຄື: ຄວາມໝັ້ນຄົງພາກພື້ນ, ອາດຊະຍາກຳຂ້າມຊາດ, ການຄ້າເສລີ ແລະ ຄວາມຍຸຕິທຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ, ອົບພະຍົບ, ຟື້ນຟູເສດຖະກິດຫຼັງໂລກລະບາດ.
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ. ຄາດວ່າ ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຈະມີບົດກ່າວປາໄສສຳຄັນໃນວາລະປະຊຸມຄົບຄະນະຄັ້ງໜຶ່ງກ່ຽວກັບບັນດາບັນຫາການເມືອງ ແລະ ຄວາມໝັ້ນຄົງ, ໂດຍສຸມໃສ່ຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດຂອງບັນດາລັດຖະສະພາ ແນໃສ່ຊຸກຍູ້ສັນຕິພາບ”.
ການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຂອງ ສະພາແຫ່ງຊາດ ຫວຽດນາມ ໃນການເຂົ້າຮ່ວມບັນດາເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍ ຢ່າງມີຄວາມຮັບຜິດຊອບ, ຜ່ານນັ້ນເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືລັດຖະສະພາພາກພື້ນທີ່ສຳຄັນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືລັດຖະສະພາໃນທົ່ວໂລກໃຫ້ຫຼາຍກວ່າອີກ.
ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ