ຫວຽດ​ນາມ ເຄົາ​ລົບ​ນັບ​ຖື​ການ​ຊ່ວຍ​ເຫຼືອ​ທີ່​ແທດ​ຈິງ, ທັນ​ການ​ຂອງ​ເພື່ອ​ນ​ມິດ​ສາ​ກົນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ນັບແຕ່ຊຸມວັນທຳອິດທີ່ໂລກລະບາດໂຄວິດ - 19 ແຜ່ລະບາດໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຈາກປະຊາຊົນ, ລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບການປະກອບວັດຖຸ, ອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ການຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳຈິດມິດໃຈນັ້ນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19.
ຫວຽດ​ນາມ ເຄົາ​ລົບ​ນັບ​ຖື​ການ​ຊ່ວຍ​ເຫຼືອ​ທີ່​ແທດ​ຈິງ, ທັນ​ການ​ຂອງ​ເພື່ອ​ນ​ມິດ​ສາ​ກົນ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ງວດວັກຊິນ Moderna ທີ່ ອາເມລິກາ ຊ່ວຍເຫຼືອໃຫ້  ຫວຽດນາມ (ພາບ: WHO)

ວັນທີ 21 ກໍລະກົດ, ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ຊຸມວັນທຳອິດທີ່ໂລກລະບາດໂຄວິດ - 19 ແຜ່ລະບາດໃນທົ່ວໂລກ ແລະ ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອອັນລ້ຳຄ່າຈາກປະຊາຊົນ, ລັດຖະບານບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວກັບການປະກອບວັດຖຸ, ອຸປະກອນການແພດ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ການຊ່ວຍເຫຼືອທີ່ເຕັມໄປດ້ວຍນ້ຳຈິດມິດໃຈນັ້ນ ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19.

        ໃນສະພາບການໂລກລະບາດສືບຕໍ່ມີການຜັນແປຢ່າງສັບສົນ, ປະກົດມີໄວຣັດກາຍພັນໃໝ່ຫຼາຍລຸ້ນທີ່ອັນຕະລາຍກວ່າ ແລະ ມີລະດັບການແຜ່ລາມໄວກວ່າ, ລັດຖະບານ ຫວຽດນາມ ຢືນຢັນວ່າ ການສຳຜັດກັບວັກຊິນແຫຼ່ງຕ່າງໆ ແລະ ດຳເນີນບັ້ນສັກວັກຊິນໃນວົງກວ້າງ ແມ່ນມາດຕະການສຳຄັນ ແລະ ຮີບດ່ວນ. ບົນພື້ນຖານນັ້ນ, ວຽກງານ “ການທູດວັກຊິນ” ຈຶ່ງໄດ້ຮັບການຜັນຂະຫຍາຍ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ ໃນນັ້ນ ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ກວ່າ 8 ລ້ານໂດສ ໃນຈຳນວນວັກຊິນທັງໝົດທີ່ໄດ້ໃຫ້ຄຳໝັ້ນສັນຍາແມ່ນ 150 ລ້ານໂດສ ໂດຍຜ່ານການເຈລະຈາຊື້ ແລະ ອຸປະຖຳ.

        ພັກ, ລັດ, ລັດຖະບານ  ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເຄົາລົບນັບຖືຕໍ່ການຊ່ວຍເຫຼືອທີ່ແທດຈິງ, ທັນການຂອງເພື່ອນມິດສາກົນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ