ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ

(VOVWORLD) -ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.  
ຫວຽດ​ນາມ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ສັນ​ຕິ​ພາບ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ 

ວັນທີ 27 ເມສາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມຂັ້ນສູງດ້ານການເງິນ ໃຫ້ແກ່ການສ້າງສັນຕິພາບ ພາຍໃຕ້ການເປັນປະທານຂອງທ່ານ Abdullad Shaid ປະທານສະມັດຊາໃຫຍ່ ສປຊ. ກອງປະຊຸມ ແມ່ນແນໃສ່ປຶກສາຫາລືມາດຕະການຮັບປະກັນແຫຼ່ງການເງິນທີ່ຍືນຍົງໃຫ້ແກ່ການເຄື່ອນໄຫວ ສ້າງສັນຕິພາບ ຂອງ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ ການສ້າງສັນຕິພາບ ແມ່ນການເຄື່ອນໄຫວສຳຄັນຂອງ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ. ທ່ານກໍ່ສະເໜີໃຫ້ ປະຊາຄົມສາກົນ ຕອບສະໜອງຄວາມຮຽກຮ້ອງຂອງ ທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄຳໝັ້ນສັນຍາໜູນຊ່ວຍການພັດທະນາບໍ່ເປັນທາງການ ໃຫ້ແກ່ບັນດາປະເທດໄດ້ຮັບຜົນສະທ້ອນຈາກການປະທະກັນ ກໍ່ຄືຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ໃນຂົງເຂດສ້າງສັນຕິພາບ.

ສ່ວນຝ່າຍຫວຽດນາມ, ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.  

ຕອບກັບ

ຂ່າວ/ບົດ​ອື່ນ