ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບໃນການແກ້ໄຂບັນຫາພາກພື້ນ ແລະ ສາກົນ

(VOVWORLD) -ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ບັນດາປະເທດປະກອບສ່ວນສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ສະຖຽນລະພາບ, ມີຄວາມປອດໄພ ແລະ ຄວາມໝັ້ນຄົງ, ເປີດກວ້າງ ແລະ ເສລີ
ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບໃນການແກ້ໄຂບັນຫາພາກພື້ນ ແລະ ສາກົນ - ảnh 1ກອງປະຊຸມ AMM-55
(ພາບ: baoquocte.vn)

ໂດຍສືບຕໍ່ການເຄື່ອນໄຫວທີ່ກອງປະຊຸມ AMM-55 ພວມດຳເນີນໄປຢູ່ ກຳປູເຈຍ, ຕອນເຊົ້າວັນທີ 05 ສິງຫາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ນຳໜ້າ, ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຂັ້ນສູງອາຊີ (EAS).

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໜ້າທີ່ຄວາມຮັບຜິດຊອບ, ພ້ອມທັງຢືນຢັນຄືນໃໝ່ຫຼັກໝັ້ນຫຼັກການຂອງ ອາຊຽນ ກ່ຽວກັບບັນດາບັນຫາໃນສະພາບການສາກົນປະຈຸບັນ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຮຽກຮ້ອງໃຫ້ບັນດາປະເທດປະກອບສ່ວນສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ ແລະ ສະຖຽນລະພາບ, ມີຄວາມປອດໄພ ແລະ ຄວາມໝັ້ນຄົງ, ເປີດກວ້າງ ແລະ ເສລີ; ທຸການຂັດແຍ້ງກັນຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ (UNCLOS 1982). ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດ ອາຊຽນ ແລະ ຈີນ ປະຕິບັດຖະແຫຼງການ DOC ຢ່າງເຂັ້ມງວດ, ຄົບຖ້ວນ, ມານະພະຍາຍາມບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ