(vovworld) – ວັນທີ 21/5, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ (VCCI - HCMC) ສົມທົບກັບກົມວິສາຫະກິດຂະໜາດກາງ ແລະ ນ້ອຍ (SBC) ຂອງ ສ ເກົາຫຼີ ຈັດຕັ້ງເວທີປາໄສພົວພັນແລກປ່ຽນການຄ້າ ຫວຽດນາມ - ສ ເກົາຫຼີ. ຄະນະວິສາຫະກິດ ສ ເກົາຫຼີ ຫວັງວ່າມີໂອກາດໄດ້ພົບປະແລກປ່ຽນການຄ້າກັບວິສາຫະກິດ ຫວຽດນາມ, ສຳຫຼວດສະພາບແວດລ້ອມແຫ່ງການລົງທຶນ - ດຳເນີນທຸລະກິດ, ຊອກຫາຄູ່ຮ່ວມມື.
ໃນຂອບເຂດການເຄື່ອນໄຫວຮ່ວມມືດ້ານວິທະຍາສາດ ຝຣັ່ງ - ຫວຽດນາມ, ທ່ານ Michel Laurent, ປະທານສະຖາບັນຄົ້ນຄ້ວາເພື່ອການພັດທະນາຝຣັ່ງ (IRD), ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 22 – 24/5. ເນື່ອງໃນໂອກາດນີ້, ທ່ານ Michel Laurent ໄດ້ເປັນປະທານພິທີເຊັນ 2 ສັນຍາແມ່ 2 ສະບັບເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານວິທະຍາສາດ ຝຣັ່ງ - ຫວຽດນາມ. ທ່ານ Michel Laurent ຍັງເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍ່ຄື: ພິທີສະເໜີຕົວໂຄງການ ເອີລົບ NOPOOR, ຢ້ຽມຊົມຫ້ອງທົດລອງຮ່ວມສຳພັນສາກົນ RICE, ພົບປະກັບປະທານບັນດາສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ...