ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຂອງ ຄະ​ນະ​ກຳ​ມະ​ການ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ ຊູ​ດັງ​ໃຕ້

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຕີລາຄາສູງຕໍ່ການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ພາຍຫຼັງລັດຖະບານຊົ່ວຄາວໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັບຮອງວ່າ ສະພາບການຄວາມໝັ້ນຄົງຢູ່ຊູດັງໃຕ້ມີສະຖຽນລະພາບ ແລະ ຂໍ້ຕົກລົງຢຸດຍິງກໍໄດ້ຮັບການປະຕິບັດໂດຍພື້ນຖານ. 
ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຂອງ ຄະ​ນະ​ກຳ​ມະ​ການ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ ຊູ​ດັງ​ໃຕ້ - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳ ສປຊ

ວັນທີ 29 ມັງກອນ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານວາລະປະຊຸມຂອງຄະນະກຳມະການ ສະພາຄວາມໝັ້ນຄົງ ສປຊ ເພື່ອປະກອບຄຳເຫັນກ່ຽວກັບບັນດາເນື້ອໃນໃນບົດລາຍງານກາງສະໄໝຂອງກຸ່ມນັກຊ່ຽວຊານ ກ່ຽວຂ້ອງເຖິງບັນຫາ ຊູດັງໃຕ້, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການເຈລະຈາລະຫວ່າງ ຄະນະກຳມະການ, ກຸ່ມນັກຊ່ຽວຊານ ແລະ ບັນດາປະເທດໃນພາກພື້ນ ໃນການຈັດຕັ້ງປະຕິບັດບັນດາມະຕິທີ່ກ່ຽວຂ້ອງ ຂອງ ສປຊ ກ່ຽວກັບ ຊູດັງໃຕ້. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ຕີລາຄາສູງຕໍ່ການຜັນແປຢ່າງຕັ້ງໜ້າຢູ່ ຊູດັງໃຕ້ ພາຍຫຼັງລັດຖະບານຊົ່ວຄາວໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຮັບຮອງວ່າ ສະພາບການຄວາມໝັ້ນຄົງຢູ່ຊູດັງໃຕ້ມີສະຖຽນລະພາບ ແລະ ຂໍ້ຕົກລົງຢຸດຍິງກໍໄດ້ຮັບການປະຕິບັດໂດຍພື້ນຖານ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ກໍຕີລາຄາສູງບົດບາດຂອງ ສປຊ, ບົນດາອົງການຈັດຕັ້ງອື່ນໆຄື ສະຫະພາບ ອາຟະລິກາ, ອົງການຈັດຕັ້ງລະຫວ່າງລັດຖະບານ ກ່ຽວກັບການພັດທະນາ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ໃນການຊຸກຍູ້ວິວັດການສ້າງສັນຕິພາບຢູ່ ຊູດັງໃຕ້. ພ້ອມທັງຖືວ່າ ຄວນເພີ່ມທະວີການເຈລະຈາ, ການຮ່ວມມືລະຫວ່າງກຸ່ມນັກຊ່ຽວຊານ ກັບ ຊູດັງໃຕ້ ແລະ ບັນດາປະເທດໃນພາກພື້ນໃຫ້ຫຼາຍກວ່າອີກ.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ