ຫວຽດນາມ ເປັນເຈົ້າການ ປະກອບສ່ວນກໍ່ສ້າງ ສະພາສິດທິມະນຸດສະຫະປະຊາຊາດ

ຫວຽດນາມ ເປັນເຈົ້າການ ປະກອບສ່ວນກໍ່ສ້າງ ສະພາສິດທິມະນຸດສະຫະປະຊາຊາດ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ)

(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ ​ແລະ ກອງປະຊຸມ​ນັດ​ສາມັນຄັ້ງ​ທີ 25 ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ ​ໃນ​ລະຫວ່າງ​ວັນ​ທີ 03 – 04/03. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຂອງ​ສະພາ​ສິດທິ​ມະນຸດ ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ ​ເມື່ອ​ເດືອນ 11/2013 ດ້ວຍ​ບັດ​ສະໜັບສະໜູນ​ສຸງ​ກວ່າ​ໝູ່. ກອງ​ປະຊຸມ​ຈະ​ດຶງ​ດູດ​ບັນດາ​ການ​ນຳ​ຂອງ​ກວ່າ 80 ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ສະພາບ​ທີ່​ສິດຂອງ​ມະນຸດ​ໄດ້​ຮັບ​​ຄວາມເອົາ​ໃຈ​ໃສ່ຈາກ​ບັນດ​າປະ​ເທດ ​ແລະ ຫາງ​ສຽງ​ສາກົນ.

    ຄາດ​ວ່າ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິນ ຈະ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ​ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ບັນດາ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ ​ແລະ ຊຸກຍູ້​ສິດ​ຂອງ​ມະນຸດ, ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

  ທ່ານ​ຮອງ​ນາຍົກລັດຖະມົນຕີກໍ່ຍົກ​ອອກ​ບັນດາ​ບຸລິມະ​ສິດ​ເຊິ່ງ​ສະພາ​ສິດທິ​ມະນຸດ ຕ້ອງ​​ຜັນ​ຂະຫຍາຍ ພ້ອມ​ທັງ​ແບ່ງປັນ​ບັນດາ​ບຸລິມະສິດ​ກ່ຽວ​ກັບ​ສິດ​ຂອງ​ມະນຸດ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

   ທັດສະນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​​ເຊີດ​ຊູ​ການ​ຮ່ວມ​ມື, ການ​ເຈລະຈາທີ່​ມີ​ລັກສະນະສ້າງ​​ສັນໃນສະພາ​ສິດທິ​ມະນຸດ, ​ເປັນ​ສະມາຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະພາ​ສິດທິ​ມະນຸດສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ