(VOVWORLD) - ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ຄົນທີ່ມາຈາກ 25 ປະເທດ, 3 ອົງການສາກົນ ແລະ 18 ອົງການການທູດ.
ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມພະນັກງານຄຸ້ມຄອງຄ້າຍຄຸມຂັງພາກພື້ນ ອາຊີ - ປາຊີຟິກ ຄັ້ງທີ 41 - ຫວຽດນາມ 2023. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ຄົນທີ່ມາຈາກ 25 ປະເທດ, 3 ອົງການສາກົນ ແລະ 18 ອົງການການທູດ.
ດ້ວຍຫົວຂໍ້ “ສ້າງຄຸນຄ່າວັດທະນະທຳມະນຸດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີໃນວຽກງານຄຸ້ມຄອງຄ້າຍຄຸມຂັງ”, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບແວດລ້ອມຂອງຄ້າຍຄຸມຂັງທີ່ປອດໄພ ແລະ ລະບົບການເບິ່ງແຍງສຸຂະພາບສຳລັບນັກໂທດ…
ກອງປະຊຸມໄດ້ປະກອບສ່ວນເພີ່ມທະວີການຮ່ວມມືໃນຂົງເຂດຄຸ້ມຄອງຄ້າຍຄຸມຂັງ, ການສຶກສາ, ດັດສ້າງ ແລະ ອອກແຮງງານ, ສອນວິຊາຊີບໃຫ້ນັກໂທດ, ສ້າງຄວາມສະໜິດຕິດພັນ ແລະ ເຮັດໃຫ້ການພົວພັນຄູ່່ຮ່ວມມືກັບບັນດາປະເທດສະມາຊິກເລິກເຊິ່ງຂຶ້ນຕື່ມ.