ຫວຽດນາມ ເປັນເຈົ້າພາບຈັດງານວາງສະແດງດີຈີຕອນໂລກ

(VOVWORLD) -ກອງປະຊຸມ ແລະ ງານວາງແດງດີຈີຕອນໂລກ 2021 ລວມມີບັນດາການເຄື່ອນໄຫວວາງສະແດງ ແລະ ເວທີປາໄສແບບທາງໄກ.
ຫວຽດນາມ ເປັນເຈົ້າພາບຈັດງານວາງສະແດງດີຈີຕອນໂລກ - ảnh 1ງານວາງສະແດງດີຈີຕອນໂລກ 2020
(ພາບປະກອບ: Vietnam+)

ໃນລະຫວ່າງວັນທີ 12 -14 ຕຸລາ 2021, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ເປັນເອກະພາບກັບສະຫະພາບໂທລະຄົມມະນາຄົມສາກົນ (ITU) ສືບຕໍ່ຈັດຈັ້ງກອງປະຊຸມ ແລະ ງານວາງສະແດງດີຈີຕອນໂລກ (ITU Digital World 2021) ແບບທາງໄກ, ບົນພື້ນຖານດີຈີຕອນໂດຍ ຫວຽດນາມ ຄົ້ນຄວ້າ ແລະ ກໍ່ສ້າງ.

        ກອງປະຊຸມ ແລະ ງານວາງແດງດີຈີຕອນໂລກ 2021 ລວມມີບັນດາການເຄື່ອນໄຫວວາງສະແດງ ແລະ ເວທີປາໄສແບບທາງໄກ. ທີ່ງານວາງສະແດງແບບທາງໄກ, ບັນດາອົງການຈັດຕັ້ງ, ວິສາຫະກິດຈະສະເໜີບັນດາຮ້ານວາງສະແດງແບບທາງໄກ 2 ມິຕິ ແລະ 3 ມິຕິ, ວາງສະແດງບັນດາຜະລິດຕະພັນການບໍລິການ, ມາດຕະການແກ້ໄຂດີຈີຕອນຂອງວິສາຫະກິດ, ບັນດາຮ້ານວາງສະແດງຂອງປະເທດ. ບັນດາຮ້ານວາງສະແດງຈະໄດ້ນຳມາວາງສະແດງໃນເວລາ 1 ເດືອນ ນັບແຕ່ວັນທີ 12 ຕຸລາ ຫາວັນທີ 11 ພະຈິກ 2021. ງານວາງສະແດງແບບທາງໄກ ແມ່ນກາລະໂອກາດໃຫ້ແກ່ວິສາຫະກິດ ຫວຽດນາມ ໂຄສະນາເຄື່ອງໝາຍການຄ້າ, ເປີດກວ້າງຕະຫຼາດ, ສຳຜັດກັບລູກຄ້າ ແລະ ຄູ່ຮ່ວມມືທີ່ມາຈາກ 193 ປະເທດສະມາຊິກຂອງ ITU.

        ເວທີປາໄສແບບທາງໄກດຳເນີນນັບແຕ່ເດືອນ ກັນຍາ ຮອດເດືອນ ພະຈິກ 2021 ແລະ ກອງປະຊຸມແບບທາງໄກຂັ້ນລັດຖະມົນຕີດຳເນີນໃນລະຫວ່າງວັນທີ 12 – 14 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ