ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14

(VOVWORLD) - ທ່ານ ໂຮ່ດຶກເຟີກ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ແນະນຳບັນດາຂໍ້ມູນຂ່າວທາງການກ່ຽວກັບກອງປະຊຸມໃຫຍ່ ASOSAI.
ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ (ASOSAI) ຄັ້ງທີ 14 - ảnh 1 ການປະຊຸມຂ່າວກ່ຽວກັບກອງປະຊຸມ ASOSAI

ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງການປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ ASOSAI 14.

ໃນການປະຊຸມຂ່າວ, ທ່ານ ໂຮ່ດຶກເຟີກ, ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ແນະນຳບັນດາຂໍ້ມູນຂ່າວທາງການກ່ຽວກັບກອງປະຊຸມໃຫຍ່ ASOSAI. ດ້ວຍຫົວຂໍ້ວ່າ “ສະພາບແວດລ້ອມແຫ່ງກ່ຽວກັບການພັດທະນາແບບຍືນຍົງ”, ທ່ານ ໂຮ່ດຶກເຟີກ ໄດ້ຢືນຢັນວ່າ: ອົງການກວດສອບແຫ່ງລັດ ຫວຽດນາມ ຈະປະກອບສ່ວນແທດຈິງເຂົ້າໃນປະຊາຄົມ ASOSAI ໃນພາລະກິດແຫ່ງການເດີນຕາມບັນດາຈຸດໝາຍພັດທະນາແບບຍືນຍົງຂອງ ສປຊ ເວົ້າລວມ ແລະ ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສະພາບແວດລ້ອມທົ່ວໂລກເວົ້າສະເພາະ:

“ກອງປະຊຸມ ASOSAI ແມ່ນກາລະໂອກາດສຳລັບປະເທດເພື່ອໂຄສະນາພາບພົດ ປະເທດຊາດ, ປະຊາຊົນ, ພື້ນຖານວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືຂອງ ຫວຽດນາມ. ພ້ອມທັງ, ສະແດງໃຫ້ເຫັນການເຕີບໃຫຍ່, ເຂັ້ມແຂງ ແລະ ອິດທິພົນຊື່ສຽງຂອງອົງການກວດສອບແຫ່ງລັດ ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ຈາກນັ້ນ, ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາອົງການກວດສອບສູງສຸດກໍ່ຄືເພີ່ມທະວີບັນດາແນວຄວາມຄິດ, ບົດຮຽນໃນການເຄື່ອນໄຫວກວດສອບ ແລະ ກຳນົດບັນດາຄາດໝາຍປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ອາຊີ ແລະ ສຳລັບໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ