ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28
(ການປະຊຸມຂ່າວກ່ອນທີ່ຈັດກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28)
(vovworld) - ກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງເປັນຄັ້ງທຳອິດ, ເຊິ່ງໄດ້ດຳເນີນໄປແຕ່ວັນທີ 11 – 14 ພະຈິກ 2013 ຢູ່ຮ່າໂນ້ຍ. ນີ້ແມ່ນເຫດການໃຫຍ່ທີ່ສຸດຂອງສະຫະສະມາຄົມໂຄສະນາອາຊີ ເຊິ່ງຖືກຈັດຂຶ້ນ 2 ປີເທື່ອໜຶ່ງ.
ທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 05 ພະຈິກ, ສະຫະສະມາຄົມໂຄສະນາຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ໂຄສະນາອາຊີປີ 2013 (AdASia 2013) ຄາດວ່າຈະຕ້ອນຮັບຜູ້ແທນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນຂອງອາຊີ, ພ້ອມກັບບັນດາການນຳກຸ່ມບໍລິສັດໂຄສະນາ, ສື່ສານ, ໜັງສືພິມທີ່ມີຊື່ສຽງ, ຜູ້ຕາງໜ້າຫ້ອງການສົ່ງເສີມການຄ້າຢູ່ອາຊີ ແລະ ຢູ່ໃນໂລກກວ່າ 1000 ຄົນເຂົ້າຮ່ວມ. ທ່ານດິງກວາງຫືງ, ປະທານສະຫະສະມາຄົມໂຄງສະນາຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມໃຫຍ່ ໃຫ້ຮູ້ວ່າ.
“ກອງປະຊຸມໃຫຍ່ຄັ້ງນີ້ ຈະເຊີນນັກບັນລະຍາຍອັນດັບໜຶ່ງ 24 ຄົນຢູ່ໃນໂລກກ່ຽວກັບດ້ານສື່ສານ ແລະ ໂຄສະນາ ເພື່ອແລກປ່ຽນບັນດາຜູ້ແທນກ່ຽວກັບບົດຮຽນ, ຄວາມຮູ້ໃໝ່ທີ່ສຸດກ່ຽວກັບການໂຄສະນາ, ກຳນົດທິດໃຫ້ການໂຄສະນາຂອງບັນດາປະເທດພັດທະນາ. ຫວຽດນາມ ມີນັກບັນລະຍາຍ 2 ຄົນເຂົ້າຮ່ວມ. ສະຫະສະມາຄົມໂຄສະນາ ກຳນົດຫົວຂໍ້ທີ່ວ່າ “ສ້າງໂຄງປະກອບດ້ານໂຄສະນາສື່ສານຄືນໃໝ່” ແລະ ໄດ້ຮັບຄວາມເຫັນດີຈາກການນຳສະຫະສະມາຄົມໂຄສະນາ, ຍ້ອນມັນຖືກກັບສະພາບການຄືປະຈຸບັນກ່ຽວກັບເສດຖະກິດທົ່ວໂລກທີ່ພວມປະເຊີນໜ້າກັບວິກິດການ”.