ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ

(VOVWORLD) - ທ່ານ Darren Tang ຜູ້ອຳນວຍການໃຫຍ່ WIPO ໄດ້ຊົມເຊີຍບັນດາຜົນສຳເລັດໃນການພັດທະນາດ້ານເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຫວ່າງມໍ່ໆມານີ້, ທ່ານຕີລາຄາສູງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ຫວຽດນາມ ຕໍ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ສິດຊັບສິນທາງປັນຍາ.
ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ - ảnh 1WIPO ປະກາດບົດລາຍງານກ່ຽວກັບດັດຊະນີນະວັດຕະກຳທົ່ວໂລກ (ພາບ: qdnd.vn )

ພິທີປະກາດບົດລາຍງານກ່ຽວກັບດັດຊະນີນະວັດຕະກຳທົ່ວໂລກ (Global Innovation Index - GII) ປີ 2024 ໂດຍອົງການຊັບສິນທາງປັນຍາໂລກ (WIPO) ຈັດຂຶ້ນໃນວັນທີ 26 ກັນຍາຢູ່ ເຊີແນວ, ປະເທດສະວິດ. ໃນບົດລາຍງານ GII 2024 ຂອງ WIPO ເຊິ່ງ ຫວຽດນາມໄດ້ຮັບຮູ້ແມ່ນ 1 ໃນ 8 ປະເທດມີລາຍຮັບປານກາງ ທີ່ໄດ້ປັບປຸງລະດັບຫຼາຍທີ່ສຸດນັບແຕ່ປີ 2013 (ລວມມີ: ຈີນ, ຕວັກກີ, ອິນເດຍ, ຫວຽດນາມ, ຟິລິບປິນ, ອິນໂດເນເຊຍ, ອີຣານ ແລະ ໂມຣົກໂກ). ຫວຽດນາມ ກໍ່ແມ່ນໜຶ່ງໃນ 3 ປະເທດຮັກສາລະດັບສະຖິຕິ ທີ່ມີຜົນງານລື່ນກາຍເມື່ອທຽບໃສ່ກັບການພັດທະນາໃນ 14 ປີຢ່າງລຽນຕິດ (ລວມມີ: ອິນເດຍ, ມົນໂດວາ ແລະ ຫວຽດນາມ). ຕາມນັ້ນແລ້ວ, ໃນ 14 ປີຢ່າງລຽນຕິດ, ຫວຽດນາມ ຍາມໃດກໍ່ມີໝາກຜົນນະວັດຕະກຳສູງກ່ວາເມື່ອທຽບໃສ່ກັບລະດັບການພັດທະນາ.

ກ່າວຄຳເຫັນແບບທາງໄກຢູ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນນະວັດຕະກຳ ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາໃນທົ່ວໂລກ ກໍ່ຄືໃນພາກພື້ນ, ຄັດຄ້ານນະວັດຕະກຳເພື່ອຮັບໃຊ້ສົງຄາມ, ຮັບໃຊ້ການແກ່ງແຍ້ງແຂ່ງທີ່ກັນບໍ່ໂປ່ງໃສ ແລະ ເປັນຕົ້ນແມ່ນມັນສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທົ່ວໂລກ. ເພາະສະນັ້ນ, ສຳລັບ ຫວຽດນາມ, ໃນວິວັດການ ນະວັດຕະກຳ ຕ້ອງຖືປະຊາຊົນເປັນໃຈກາງ, ເປັນເຈົ້າຂອງ, ປະຊາຊົນຕ້ອງໄດ້ຊົມໃຊ້ໝາກຜົນຂອງນະວັດຕະກຳ.

ສ່ວນທ່ານ Darren Tang ຜູ້ອຳນວຍການໃຫຍ່ WIPO ໄດ້ຊົມເຊີຍບັນດາຜົນສຳເລັດໃນການພັດທະນາດ້ານເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຫວ່າງມໍ່ໆມານີ້, ທ່ານຕີລາຄາສູງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ຫວຽດນາມ ຕໍ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ສິດຊັບສິນທາງປັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ