(vovworld) - ຄະນະສະມາຊິກສະພາແຫ່ງຊາດຂອງສະມັດຊາລັດຖະສະພາລະຫວ່າງຊາດອາຊີຕາມເວັນອອກສ່ຽງໃຕ້ (AIPA) ໂດຍທ່ານປະທານສະພາແຫ່ງຊາດລາວ, ປະທານ AIPA ເປັນຫົວໜ້າຄະນະໄດ້ມີການຢ້ຽມຢາມມິດຕະພາບປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 – 29/11. ທ່ານນາງຮ່າທິຄ໋ຽດ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ນຳໜ້າຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໃນການຢ້ຽມຢາມຄັ້ງນີ້.
ໃນໄລຍະຢູ່ຢ້ຽມຢາມຍີ່ປຸ່ນ, ຄະນະຜູ້ແທນ AIPA ໄດ້ເຂົ້າຢ້ຽມຂໍ່ານັບປະທານສະພາສູງ ແລະ ປະທານສະພາຕໍ່າຍີ່ປຸ່ນ, ພົບປະກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe, ເຈລະຈາກັບກຸ່ມສະມາຊິກສະພາແຫ່ງຊາດພົວພັນແລກປ່ຽນຍີ່ປຸ່ນ - ອາຊຽນ. ທີ່ບັນດາການພົບປະ, ການນຳຍີ່ປຸ່ນ ຢືນຢັນວ່າ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ ຍິ່ງກ່ວາອີກ, ສະແດງໃຫ້ເຫັນຄວາມພ້ອມແລ້ວທີ່ຈະແປ່ງປັນບົດຮຽນ, ການໜູນຊ່ວຍບັນດາປະເທດອາຊຽນ ໃນຫຼາຍຂົງເຂດແຕກຕ່າງກັນ. ສ່ວນຝ່າຍສະມາຊິກສະພາແຫ່ງຊາດ AIPA, ທ່ານນາງປະທານ ປານີ ຢາທໍ່ຕູ້ ຊີ້ແຈ້ງວ່າ, ອາຊຽນ ຕີລາຄາສູງການຊ່ວຍເຫຼືອຂອງຍີ່ປຸ່ນ ທີ່ມີຕໍ່ການສ້າງປະຊາຄົມອາຊຽນ, ພິເສດແມ່ນບັນດາຂໍ້ລິເລີມເຊື່ອມໂຍງອາຊຽນ, ເຊື່ອມຕໍ່ອາຊຽນ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືລະຫວ່າງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນບັນດາປະເທດອາຊຽນ - ຍີ່ປຸ່ນຍິ່ງກວ່າອີກ.
ເນື່ອງໃນໂອກາດນີ້, ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະ ແລະ ແລກປ່ຽນກັບສຳພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ. 2 ຝ່າຍເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ, ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ, ປະຊາຊົນ 2 ປະເທດ, ພິເສດແມ່ນລະຫວ່າງ 2 ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ. ຝ່າຍຍີ່ປຸ່ນ ປາດຖະໜາວ່າ ຢາກຊຸກຍູ້ການພົວພັນແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ; ຜັນຂະຫຍາຍການຮ່ວມມືແລກປ່ຽນແນວພັນປູກ ແລະ ປູກຕົ້ນໄມ້ໃຫ້ໝາກຊະນິດຕ່າງໆ... ຝ່າຍຍີ່ປຸ່ນກໍ່ປາດຖະໜາວ່າ ການນຳຫວຽດນາມ ຢືນຢັນຄວາມຕັດສິນໃຈສ້າງຕັ້ງມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ.