ຫວຽດນາມ ເຮັດວຽກກັບ EC ກ່ຽວກັບບັນຫາ IUU
(VOVWORLD) - ທີ່ການເຮັດວຽກ, ຄະນະໄດ້ອັບເດັດຄວາມຄືບໜ້າຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ສະເໜີແນະຂອງຄະນະກຳມະການ ເອີລົບ (EC);
(ພາບ: TTXVN)
ໃນວັນທີ 6-7 ກໍລະກົດ, ຄະນະປະຕິບັດງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໂດຍທ່ານ ຫງວຽນກວາງຮຸ່ງ ຫົວໜ້າກົມກວດກາປະມົງເປັນຫົວໜ້າຄະນະ ໄດ້ເຮັດວຽກກັບກົມໃຫ່ຍບັນດາບັນຫາກ່ຽວກັບທະເລ ແລະ ສິນໃນນນ້ຳຂອງຄະນະກຳມະການ ເອີລົບ (DG-MARE) ກ່ຽວກັບການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມການກຳນົດ (ຂຸດຄົ້ນ IUU). ທີ່ການເຮັດວຽກ, ຄະນະໄດ້ອັບເດັດຄວາມຄືບໜ້າຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ສະເໜີແນະຂອງຄະນະກຳມະການ ເອີລົບ (EC); ຄວາມຄືບໜ້າໃນການຜັນຂະຫຍາຍວຽກງານຄຸ້ມຄອງເຮືອຫາປາບົນທະເລ, ການເຂົ້າອອກທ່າກຳປັ່ນ, ການຕິດຕາມກວດກາປະລິມານຜ່ານທ່າກຳປັ່ນ; ສະພາບຜັນຂະຫຍາຍການວາງແຜນກຳນົດຂຸດຄົ້ນ ແລະ ຮັກສາແຫຼ່ງສິນໃນນ້ຳ, ແຜນການຄຸ້ມຄອງອາຊີບຫາປາ; ການປະຕິບັດກົດໝາຍ, ໃນນັ້ນ ສຸມໃສ່ແກ້ໄຂເຮືອລະເມີດເຂດທະເລຕ່າງປະເທດ ແລະ ສ້າງພື້ນຖານຂໍ້ມູນປັບໃໝຈາກສູນກາງ ຮອດທ້ອງຖິ່ນ.